ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ບັນຫາທີ່ຕິດພັນກ່ຽວກັບການອໍານວຍຄວາມສະດວກທາງດ້ານການຄ້າ-ການຂົນສົ່ງ

Oct 22, 2024

ຫາລື ບັນຫາທີ່ຕິດພັນກ່ຽວກັບການອໍານວຍຄວາມສະດວກທາງດ້ານການຄ້າ-ການຂົນສົ່ງ


ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂສ) ຈັດ ກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ ເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂສ, ຜູ້ຊີ້ນໍາໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ (ອນຄສ) ໂດຍມີຜູ້ຕາງໜ້າ ຈາກພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ.
ກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື, ປະກອບຄໍາເຫັນ ແລະ ຊອກຫາແນວທາງແກ້ໄຂ ຫລາຍບັນຫາສຳຄັນ ຄື: ການສະເໜີຂະຫຍາຍເວລາບໍລິການຢູ່ດ່ານ; ການກໍານົດນໍ້າໜັກລົດຂົນສົ່ງ; ໂຄງສ້າງລາຄານໍ້າມັນ ແລະ ການຢອດສານມາເກີ້; ການໃຫ້ສິດທິພິເສດໃນການແລກປ່ຽນເງິນຕາ; ການເກັບຄ່າບໍລິການຢູ່ທ່າບົກວັງເຕົ່າສູງ ແລະ ການເກັບຄ່າບໍລິການທ່າບົກເປັນສະກຸນເງິນຕາ ເຊິ່ງກອງປະຊຸມ ໄດ້ເຫັນດີເປັນເອກະພາບຕໍ່ການລາຍງານບັນຫາ ແລະ ຂໍ້ສະເໜີວິທີການແກ້ໄຂທີ່ໄດ້ປຶກສາຫາລື, ພ້ອມທັງມອບໃຫ້ກອງເລຂາເຮັດເປັນບົດບັນທຶກກອງປະຊຸມ ແລະ ເຮັດບົດລາຍ ງານຫາ ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອຊາບ ແລະ ໃຫ້ທິດຊີ້ນຳ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວວ່າ: ການແກ້ໄຂບັນຫາ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນ ແລະ ຈໍາເປັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຂອງປະເທດ ລວມທັງການຫລຸດຜ່ອນຂັ້ນຂອດ, ເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງໃນການດໍາເນີນທຸລະກິດ ລ້ວນແລ້ວແຕ່ເປັນສິ່ງທີ່ຈໍາເປັນ ທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ ແນໃສ່ເຮັດໃຫ້ການແກ້ໄຂບັນຫາທາງດ້ານທຸລະກິດຕ່າງໆ ທັນກັບສະ ພາບການ, ມີຄວາມສະດວກ ແລະ ຄ່ອງຕົວຂຶ້ນກວ່າເກົ່າ.
ຂໍ້ມູນຈາກ: ກະຊວງອຸດສາຫະກໍາ ແລະ ການຄ້າ