ຫາລື ພັດທະນາຂະແໜງທຸລະກິດຖົ່ວລຽນລາວສົ່ງອອກສປ ຈີນ

ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກຸ່ມບໍລິສັດຈາກ ສປ ຈີນ ຈັດກອງປະຊຸມປຶກສາ ຫາລື ກ່ຽວກັບການພັດທະນາ ຂະແໜງທຸລະກິດ ຖົ່ວລຽນລາວ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ ໂດຍການເປັນປະທານຂອງທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ທ່ານ ວາງ ຈູນ (WANG JUN) ຫົວໜ້າຄະນະກຸ່ມບໍລິສັດຈາກ ສປ ຈີນ ໄດ້ກ່າວວ່າ: ກຸ່ມບໍລິສັດ ຈາກ ສປ ຈີນ ມີຄວາມສົນໃຈຢາກສະເໜີໃຫ້ຝ່າຍລາວ ສ້າງຕັ້ງສະມາຄົມທຸລະກິດຖົ່ວລຽນລາວ, ສ້າງຕັ້ງສະມາຄົມວິຊາຊີບຖົ່ວລຽນ, ສູນຄົ້ນຄວ້າຖົ່ວລຽນ, ນັກຄົ້ນຄວ້າກ່ຽວກັບພືດຖົ່ວລຽນ, ພະຍາດພືດ, ຄັດ ເລືອກເອົາແນວພັນທີ່ທົນທານຕໍ່ເຊື້ອພະຍາດ, ຄົ້ນຄວ້າແນວພັນໃໝ່ທີ່ດີມີຄຸນນະພາບ, ວິໄຈດິນປູກ ແລະ ຝຸ່ນຊີວະພາບ ໃຫ້ຜົນຜະລິດສີຂຽວ. ທັງນີ້, ກໍເພື່ອເຮັດໃຫ້ຖົ່ວລຽນລາວ ມີຄຸນນະ ພາບ ຄືກັບປະເທດໃກ້ຄຽງ.
ປັດຈຸບັນ, ຖົ່ວລຽນລາວມີການຂະຫຍາຍຕົວຢ່າງໄວວາ, ມີສິ່ງອໍານວຍຄວາມສະດວກ ໃນການຂົນສົ່ງ ຫລາຍດ້ານເປັນຕົ້ນ ທາງລົດໄຟ ລາວ-ຈີນ, ພ້ອມນີ້, ຍັງມີເນື້ອທີ່ດິນປູກຝັງທີ່ກວ້າງຂວາງໂດຍກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບອະນຸຍາດໃຫ້ສົ່ງອອກ 16-17 ຊະນິດພືດ ແລະ ກຳລັງສະເໜີອີກ 7 ຊະນິດພືດ ເຊິ່ງຝ່າຍ ຈີນ ໃຫ້ສິດທິພິເສດ 98% ແມ່ນບໍ່ເສຍພາສີ.
ໂອກາດດຽວກັນນີ້, ຄະນະກຸ່ມບໍລິສັດຈາກ ສປ ຈີນ ໄດ້ເຂົ້າພົບ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະປ່າໄມ້ ແລະ ພົບປະກັບ ທ່ານ ມະໂນທອງ ວົງໄຊ ຮອງລັດຖະ ມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຕື່ມອີກ.
ຂ່າວ: ກິດຈາ, ຂປລ




