ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ເພື່ອເອກະພາບດ້ານເນື້ອໃນ ແລະ ເຕັກນິກ ຂັ້ນສຸດທ້າຍ ປຶ້ມ 50 ປີ ສະພາແຫ່ງຊາດລາວ-ຫວຽດນາມ

Aug 19, 2025

ຄະນະຮັບຜິດຊອບສ້າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ-ການຮ່ວມມືຮອບດ້ານ ແລະ ການພັດທະນາ” ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາ, ປະທານກໍາມາທິການການຕ່າງປະເທດ ໄດ້ເຄື່ອນໄຫວເຮັດວຽກ ແລະ ປຶກສາຫາລືເພື່ອເອກະພາບດ້ານເນື້ອໃນ ແລະ ເຕັກນິກຂອງປຶ້ມ 50 ປີ ໃນລະຫວ່າງວັນທີ 13-15 ສິງຫາ 2025 ຜ່ານມາ ຢູ່ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ສັນຍາ ປຣະເສີດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ໂດຍສອງຝ່າຍປຶກສາຫາລືກ່ຽວກັບເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ເພື່ອຄວາມເອກະພາບໃນຄັ້ງສຸດທ້າຍ ກ່ອນຈະນຳພິມອອກເຜີຍແຜ່ສູ່ສົງຄົມຂອງສອງປະເທດ; ພ້ອມທັງໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາຄືນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງ ສອງສະພາແຫ່ງຊາດລາວ-ຫວຽດນາມ ທີ່ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
May be an image of 16 people, dais and text
ສະຫາຍ ປະທານກໍາມາທິການການຕ່າງປະເທດ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຮ່ວມມືໃນການສ້າງປຶ້ມ 50 ປີ ກັບຄະນະຊ່ຽວຊານສະພາແຫ່ງຊາດຫວຽດນາມ ເຊິ່ງມີການພົວພັນປະສານງານກັນຢ່າງສະໜິດແໜ້ນ ໃນການຄົ້ນຄວ້າ, ຮຽບຮຽງ, ກວດແກ້ຂໍ້ມູນ, ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນປຶ້ມດັ່ງກ່າວ ຄົບຖ້ວນສົມບູນ ໃສ່ແຕ່ລະພາກ ນັບແຕ່ສະບັບທີ I ຈົນຮອດສະບັບປັບປຸງເທື່ອທີ V ເຊິ່ງເປັນສະບັບຫລ້າສຸດ ແລະ ເປັນສະບັບທີ່ມີຄວາມເອກະພາບກັນໃນລະດັບສູງ. ຜົນງານດັ່ງກ່າວ, ແມ່ນຍ້ອນຄວາມເອົາໃຈໃສ່ເປັນຫ່ວງເປັນໃຍ ແລະ ຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງການນໍາຂັ້ນສູງຂອງສະພາແຫ່ງຊາດລາວ ແລະ ຫວຽດນາມ.
May be an image of 10 people and text
ພ້ອມກັນນີ້, ສະຫາຍ ຫງວຽນ ຄັກ ດິ້ງ ກໍໄດ້ຕີລາຄາສູງຕໍ່ການສ້າງປຶ້ມປະຫວັດສາດດັ່ງກ່າວ ເຊິ່ງຈະເປັນເອກະສານທາງການທີ່ສໍາຄັນໃຫ້ແກ່ພະນັກງານ-ລັດຖະກອນ, ປັນຍາຊົນ, ຄົນຮຸ່ນໜຸ່ມ ແລະ ອື່ນໆ ໄດ້ສຶກສາຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາໄວ້, ທັງເປັນການປະກອບສ່ວນສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ກໍຄື ສອງອົງການນິຕິບັນຍັດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນວັນດຽວກັນ, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ເຮັດວຽກກັບ ສະຫາຍ ຫວູ ຫ້າຍ ຮ່າ ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາປຶ້ມ 50 ປີ ຂອງສະພາແຫ່ງຊາດຫວຽດນາມ ເຊິ່ງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບຂັ້ນສຸດທ້າຍທາງດ້ານເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ-ການຮ່ວມມືຮອບດ້ານ ແລະ ການພັດທະນາ ເຊິ່ງໄດ້ມີຄວາມເປັນເອກະພາບກັນເກືອບທັງໝົດ ເປັນຕົ້ນ ແມ່ນດ້ານເນື້ອໃນ, ລາຍລະອຽດທາງດ້ານເຕັກນິກຂອງປຶ້ມທັງສາມພາກ, ແບບໜ້າປົກຂອງປຶ້ມ, ຄັດເລືອກຮູບການນໍາຂອງສອງປະເທດ ກໍຄື ສອງປະທານສະພາແຫ່ງຊາດ, ບົດຄໍາເຫັນຂອງສອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ລາຍຊື່ຄະນະຮັບຜິດຊອບສ້າງປຶ້ມ. ພ້ອມນີ້, ຄະນະຊ່ຽວຊານທັງສອງຝ່າຍ ກໍໄດ້ກໍານົດທິດທາງການເຮັດວຽກນໍາກັນ ຈັດພິມໃຫ້ສໍາເລັດກ່ອນເດືອນກັນຍາ ເພື່ອໂຄສະນາ ແລະ ສະເຫລີມສະຫລອງໃນເດືອນກັນຍານີ້.
ໃນໂອກາດເຄື່ອນໄຫວວຽກງານຢູ່ ສສ ຫວຽດນາມ ໃນຄັ້ງນີ້, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ໄປຢ້ຽມຊົມຫໍພິພິທະພັນປະຫວັດສາດທະຫານ ແລະ ຢ້ຽມຢາມພື້ນຖານດ້ານເສດຖະກິດ ແລະ ວັດທະນະທໍາຈໍານວນໜຶ່ງ ຢູ່ນະຄອນຫລວງຮ່າໂນ້ຍ.
ຂ່າວ-ພາບ: ສພຊ