ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວພັນສະເຫລີມສະຫລອງ ວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 139 ປີ

May 1, 2025

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 1 ພຶດສະພາ 2025, ສະຫະພັນກຳມະບານແຂວງຫົວພັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນກຳມະກອນສາກົນຄົບຮອບ 139 ປີ ທີ່ເດີ່ນສວນສາທາລະນະຫົວພັນ-ແທັງຮວາ ໂດຍມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ, ທ່ານ ນາງ ພອງທໍາ ທຳມະທອງ ປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ, ປກຊ, ປກສ, ກຳມະບານຮາກຖານແຕ່ລະພະແນກການ ແລະ ສະມາຊິກກຳມະບານອ້ອມຂ້າງເທສະບານແຂວງເຂົ້າຮ່ວມ.
ໃນພິທີໄດ້ມີຂະບວນການຍ່າງມາລາທອນເພື່ອສຸຂະພາບ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ, ກອງປະຊຸມຕ່າງໆກ່ຽວກັບກຳມະກອນ, ຜູ້ອອກແຮງງານໃນພາກພື້ນ ແລະ ສາກົນ, ຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກໍາມະກອນສາກົນ, ກຳມະກອນລາວໃນຍຸກປັດຈຸບັນ ແລະ ການປະກອບສ່ວນໃນພາລະກິດປະຕິວັດຂອງກຳມະກອນລາວ; ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກຳມະກອນສາກົນ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຊົນຊັ້ນກໍາມະກອນແມ່ນພື້ນຖານແຫ່ງການກໍາເນີດເກີດຂຶ້ນ, ແມ່ນການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ, ທັງແມ່ນປັດໄຈພື້ນຖານເພື່ອຍົກໃຫ້ເຫັນບົດບາດ ຂອງການຈັດຕັ້ງກໍາມະບານ ກັບ ບັນດາການຈັດຕັ້ງອື່ນໆໃນລະບົບການເມືອງ, ເຊິ່ງສະແດງໃຫ້ເຫັນຄຸນລັກສະນະອັນດີເລີດຄື: ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີນ້ຳໃຈຮັກຊາດຢ່າງແທ້ຈິງ, ມີນ້ຳໃຈສາກົນກຳມະຊີບອັນຜ່ອງໃສ; ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງດອງຊ່ວຍເຫລືອເຊິ່ງກັນ ແລະ ກັນ; ມີຫົວຄິດປະດິດສ້າງ, ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ພັດທະນາຕົນເອງ ທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການສະເຫລີມສະຫລອງວັນກຳມະກອນສາກົນປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ ຄວາມຍຸຕິທໍາໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ ”
ຂ່າວ: ນິດຖະໜອມ