ຫົວພັນ ປາຖະກະຖາຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX

ວັນທີ 27 ມັງກອນ 2025, ແຂວງຫົວພັນໄດ້ຈັດຕັ້ງພິທີປາຖະກະຖາຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຂື້ນ ຢູ່ຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ.
ໃນພິທີ, ທ່ານ ພຸດພັນ ແກ້ວວົງໄຊ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນຂອງບັນດາເນື້ອໃນຈິດໃຈກອງປະຊຸມຄົບຄະ ນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ແລະ ສົມທຽບ, ຖອດຖອນບັນດາບົດຮຽນ ເພື່ອນໍາມາໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ກໍຄືຂອງແຂວງຫົວພັນຢ່າງແທດເໝາະກັບສະພາບຕົວຈິງ.
ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນກ່ຽວກັບການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ໂດຍສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ ແລະ ປັບປຸງລະບອບພື້ນຖານຂອງເສດຖະກິດຕະຫຼາດໃຫ້ສົມບູນ; ການປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ ໂດຍປັບປຸງໂຄງປະກອບ ແລະ ກົນໄກທີ່ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ຄົບຖ້ວນ, ບູລະນະ ແລະ ປັບ ປຸງລະບຽບການທຸລະກິດຂັ້ນພື້ນຖານຂອງຊົນນະບົດໃຫ້ສົມບູນ, ປັບປຸງລະບຽບການສະໜັບສະໜູນ ທີ່ສ້າງຄວາມເຂັ້ມແຂງໃຫ້ກັບກະສິກຳ ແລະ ລົງເລິກປະຕິຮູບລະບຽບການດ້ານທີ່ດິນ.
ລວມເຖີງການປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ ເປັນຕົ້ນແມ່ນ ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະ ບຽບການຢ່າງໝັ້ນທ່ຽງ, ລົງເລິກປະຕິຮູບໂຄງປະກອບການຄ້າກັບຕ່າງປະເທດ, ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງການລົງ ທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຢູ່ ຕ່າງປະ ເທດ ແລະ ປັບປຸງກົນໄກທີ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ສົມບູນ; ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ໂດຍເພີ່ມທະວີການສ້າງລະບອບທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ, ປັບປຸງກົນໄກປະຊາທິປະໄຕແບບປຶກສາຫາລືໃຫ້ຄົບຖ້ວນ, ປັບປຸງລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ ແລະ ປັບປຸງສະພາບການເຮັດວຽກແນວ ໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ ແລະ ອື່ນໆ.
ໂອກາດນີ້, ທ່ານ ພຸດພັນ ແກ້ວວົງໄຊ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນຮໍ່າຮຽນເອົາບັນດາບົດ ຮຽນອັນລໍ້າຄ່າຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຄັ້ງນີ້ ເພື່ອນໍາໄປໝູນໃຊ້ເຂົ້າໃນຂົງເຂດວຽກງານຕົນເອງຮັບຜິດຊອບ ໃຫ້ເກີດປະໂຫຍດສູງສຸດ.
Cr. ຂ່າວຫົວພັນ






