ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວພັນ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 24 ປີ

Dec 4, 2024

ສະຫະແມ່ຍິງ ແຂວງຫົວພັນ ຮ່ວມກັບໂຮງໝໍແຂວງຫົວພັນ ຈັດກິດຈະກຳຍ່າງມາລາທອນ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 24ປີ (25/11/2000-25/11/2024) ໃນວັນທີ 4 ທັນວາ 2024 ທີ່ສວນຫົວພັນ-ແທັງຮວາ ໂດຍການເຂົ້າຮ່ວມຂອງທ່ານ ນາງ ລ້ອງຄຳ ພອນມີໄຊ ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ, ມີການນຳຂັ້ນແຂວງ, ເມືອງ, ພະນັກງານ-ລັດຖະກອນ ແລະ ແມ່ຍິງ 15 ໝູ່ບ້ານເທສະບານເຂົ້າຮ່ວມ.
ທ່ານ ນາງ ລ້ອງຄຳ ພອນມີໄຊ ໄດ້ເລົ່າປະຫວັດຄວາມເປັນມາ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໂດຍຍົກໃຫ້ເຫັນຄວາມຮຸນແຮງຕໍ່ແມ່ຍິງ ທີ່ເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈຳແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ຍັງສືບຕໍ່ແຜ່ລາມໃນຂອບເຂດທົ່ວໂລກ, ຄວາມຮຸນແຮງທາງດ້ານຮ່າງກາຍ: ການທຸບຕີ, ການກັກຂັງ, ການທໍລະມານໃນຮູບແບບຕ່າງໆ ແລະ ອື່ນໆ, ຄວາມຮຸນແຮງທາງດ້ານຈິດໃຈ, ຄວາມຮູ້ສຶກການດູໝິ່ນກຽດສັກສີ, ການປ້ອຍດ່າ, ການເມີນເສີຍ, ການປ່ອຍປະລະເລີຍ, ການນອກໃຈ, ການບໍ່ໃຫ້ກຽດ ແລະ ອື່ນໆ, ຄວາມຮຸນແຮງທາງເພດ, ການເອົາລັດເອົາປຽບ ແລະ ການຂູດຮີດທາງເສດຖະກິດ. ວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນທຳອິດໃນອາເມລິກາລາຕິນ ແລະ ໄດ້ຄ່ອຍໆ ແຜ່ຂະຫຍາຍອອກໄປສູ່ປະເທດຕ່າງໆ ໃນທົ່ວໂລກ ໃຫ້ເປັນວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກປະກາດເປັນຄັ້ງທຳອິດ ໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມດ້ານສິດທິແມ່ຍິງ ໃນຂົງເຂດອາເມລິກາລາຕິນ ແລະ ຄາຣິບຽນ ວັນດັ່ງກ່າວໄດ້ຖືກກໍານົດ ເປັນວັນລະນຶກ ແລະ ໄຫວ້ອາໄລເຖິງສາມເອື້ອຍນ້ອງຕະກູນ ມີຣາບານ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າ ເປັນວັນຕ້ານຄວາມຮຸນແຮງ ບົນພື້ນຖານທາງເພດ.
ພາຍໃນງານ ຍັງມີບໍລິການກວດຕາໃຫ້ພໍ່ແມ່ປະຊາຊົນໂດຍບໍ່ໄດ້ເສຍຄ່າ ແລະ ໃຫ້ຄວາມຮູ້ກ່ຽວກັບການຮັກສາສຸຂະພາບຕາ ຈາກແພດຊ່ຽວຊານຂັ້ນ 1 ລົງເລິກພະຍາດທາງຕາ ໂຮງໝໍແຂວງຫົວພັນ ຕື່ມອີກ.
ຂາວ-ພາບ: ສີອຳພອນ