ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າການເມືອງ ວປກ ອວຍພອນວັນຊາດ ສປ ຈີນ ຄົບຮອບ 75 ປີ

Oct 2, 2024

ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ພ້ອມ ດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ໃນວັນທີ 30 ກັນ ຍາຜ່ານມາ, ເນື່ອງໃນໂອກາດວັນຊາດ ສປ ຈີນ ຄົບຮອບ 75 ປີ (1 ຕຸລາ 1949 -1 ຕຸລາ 2024). ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ພິເສດ ຫຼີປີງ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ລາວ.
ໂອກາດນີ້, ທ່ານ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດມາຍັງ ສະຫາຍທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ແລະ ຝາກຄວາມຢື້ຢາມຖາມຂ່າວໄປຍັງພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ສປ ຈີນ ຕະຫຼອດຮອດປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ. ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີປອງດອງອັນດີງາມຂອງສອງພັກ, ສອງລັດ, ສອງກອງທັບ ລາວ- ຈີນ. ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫລືອທາງດ້ານການຮຽນ-ການສອນ ແລະ ສົ່ງຊ່ຽວນຊານມາປະຈໍາຢູ່ ວປກ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ຂ່າວ: ຫນັງສືພິມກອງທັບ