ວັນທີ 18 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ຄະນະພັກກົມໃຫຍ່ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສ-ບຳນານ, ພະນັກງານເສຍອົງຄະ ຢູ່ສູນເສຍອົງຄະ 489 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ສະຫາຍ ພັນໂທ ດາວອນ ພົມມະແສນ ຫົວໜ້າການທະຫານ ສູນເສຍອົງຄະ 489 ໄດ້ໃຫ້ຮູ້ວ່າ: ສູນເສຍອົງຄະ ຫຼື ກອງເສຍອົງຄະ ໄດ້ຮັບການສ້າງຕັ້ງຂື້ນໃນປີ 1956, ເອີ້ນວ່າກອງ 68 ຢູ່ຫ້ວຍນໍ້າຕວງ, ນາແມວ ເມືອງວຽງໄຊ ແຂວງ ຫົວພັນ, ຕໍ່ມາເດືອນ 2/1962 ໄດ້ຍົກຍ້າຍມາຢູ່ຫ້ວຍຫີນເຫຼັກໄຟ, ເມືອງ ວຽງໄຊ ແຂວງ ຫົວພັນ ແລະ ປ່ຽນຊື່ຈາກກອງ 68 ມາເປັນກອງ 18 ( ນັບແຕ່ເດືອນ 2 ປີ 1962 ມາຮອດ ກ່ອນ ປີ 1976 ຫຼືເອີ້ນວ່າກ່ອນມາຢູ່ຖໍ້ານາແທນ ເມືອງ ວຽງໄຊ ), ກອງ 18 ຫຼື ກອງເສຍອົງຄະ ໄດ້ຍົກຍ້າຍຫຼາຍຄັ້ງຢູ່ພາຍໃນແຂວງຫົວພັນ, ມີບາງປີກໍ່ໄດ້ຍົກຍ້າຍຮອດ 2 ເທື່ອ ( ຕົ້ນປີ-ທ້າຍປີ ) ແລະ ການຍົກຍ້າຍນີ້ບາງເທື່ອກໍ່ຍົກຍ້າຍໄປໄກ (ໄປຕ່າງເມືອງ), ບາງເທື່ອກໍ່ຍົກຍ້າຍ ໄປມໍ່ໆ ( ຍົກຍ້າຍຢູ່ພາຍໃນເມືອງ ), ອັນນີ້ກໍ່ເພື່ອຮັກສາຄວາມປອດ ໄພໃຫ້ແກ່ຜູ້ເສຍອົງຄະ ແລະ ຄອບຄົວ ຂອງພວກເພິ່ນ.
ມາຮອດປີ 1976 ກອງ 18 ຈຶ່ງໄດ້ຍົກຍ້າຍຈາກ ພຽງເຟືອງ ບ້ານເມືອງຮັງ ເມືອງຊຽງຄໍ້ ແຂວງ ຫົວພັນ ມາຢູ່ຖໍ້ານາແທນ, ເມືອງ ວຽງໄຊ, ແຂວງຫົວພັນ (ຍ້າຍມາຢູ່ນີ້ແມ່ນດົນກ່ວາໝູ່ ) ຍ້ອນວ່າໄລຍະນີ້ປະເທດຊາດ ຂອງພວກເຮົາໄດ້ຮັບການປົດປ່ອຍ ແລະ ມີຄວາມສະຫງົບປອດໄພແລ້ວ, ມາຮອດວັນທີ 15/04/1989 ຈຶ່ງໄດ້ຍົກຍ້າຍ ຈາກຖໍ້ານາແທນ, ເມືອງ ວຽງໄຊ, ແຂວງ ຫົວພັນ ມາຢູ່ ບ້ານ ຂຸດສາມບາດ, ເມືອງໄຊທານີ, ແຂວງ ນະຄອນຫຼວງວຽງຈັນ ກໍ່ຄືສະຖານທີ່ແຫ່ງນີ້ ແລະ ໄດ້ປ່ຽນຊື່ຈາກກອງ 18 ມາ ເປັນສູນພັກຜ່ອນ 489. ນັບຕັ້ງແຕ່ປີ 1956 ເຖິງຕົ້ນປີ 1993 ແມ່ນຂຶ້ນກັບການດູແລ ເບີ່ງແຍງ ບໍລິຫານຄຸ້ມຄອງ ຈາກກະຊວງປ້ອງກັນປະເທດໂດຍກົງ, ມາຮອດວັນທີ 22/01/1993 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມດໍາ ລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ ແລະ ຢູ່ໃນປີດຽວກັນນີ້ ມາຮອດວັນທີ 27/07/1993 ສູນພັກຜ່ອນ 489 ໄດ້ໂອນຈາກກະຊວງປ້ອງ ກັນປະເທດ ມາຂຶ້ນກັບການຄຸ້ມຄອງບໍລິຫານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໄດ້ປ່ຽນຊື່ຈາກສູນພັກຜ່ອນ 489 ມາເປັນ ສູນພັດທະນາຜູ້ເສຍອົງຄະ 489 ແລະ ມາໃນວັນທີ 26/12/2018 ໄດ້ມີມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 189/ຄລສພ ວ່າ ດ້ວຍການໂອນການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອອກພັກການ- ຮັບອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ທີ່ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ຄຸ້ມຄອງ ຜ່ານມາ ໄປຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ເປັນຜູ້ຄຸ້ມ ຄອງ, ມາຮອດວັນທີ 24/01/2020 ສູນພັດທະນາຜູ້ເສຍອົງຄະ 489 ຈຶ່ງໄດ້ໂອນຈາກກະຊວງແຮງງານ ສະຫວັດດີການສັງຄົມ ມາຂຶ້ນກັບກະຊວງ ປ້ອງກັນປະເທດ ແລະ ໄດ້ປ່ຽນຊື່ມາເປັນສູນເສຍອົງຄະ 489.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍ ມາຍັງບັນດາພະນັກງານປະຕິວັດອາວຸໂສ-ບຳນານ, ເສຍອົງຄະ ຕະຫຼອດຮອດຄອບຄົວຂອງເຂົາເຈົ້າ, ພ້ອມທັງກ່າວອວຍພອນບັນດາພະນັກງານປະຕິວັດອາວຸໂສ-ບຳນານ, ເສຍອົງຄະ , ລຸງປ້າ, ອາວອາ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ, ພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີງາມ ເປັນແບບຢ່າງທີ່ດີໃຫ້ລູກ ຫຼານ ສຶກສາອົບຮົມການເມືອງນໍາພາ ແນວຄິດໃຫ້ເຂົ້າເຈົ້າເປັນພົນລະເມືອງທີ່ດີຂອງຊາດ, ພ້ອມກັນພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດໃຫ້ອຸດົມຮັ່ງມີ ເຂັ້ມແຂງຂຶ້ນໄປເລື້ອຍໆ.
ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນດາສະຫາຍ ທີ່ໄດ້ປະກອບສ່ວນສະຕິປັນຍາ, ເລືອດເນື້ອເຫື່ອແຮງຂອງຕົນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ແລະ ປະຕິບັດໜ້າທີ່ ການ ເມືອງຂອງກອງທັບຕະຫຼອດ ໄລຍະຜ່ານມາ; ໃນໂອກາດສຳຄັນນີ້, ຍັງໄດ້ນຳເອົາກະຕ່າດອກໄມ້ ແລະ ວັດຖຸປັດໃຈຈຳນວນໜຶ່ງມາມອບໃຫ້ສູນເສຍອົງຄະ 489, ຈາກນັ້ນສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມໂຮງໝໍ 10 ຕຽງ ສູນເສຍອົງຄະ 489 ອີກດ້ວຍ.






