ວັນທີ 9 ທັນວາ 2024 ນີ້, ການນຳແຂວງວຽງຈັນ ນຳໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານທົ່ວແຂວງ ພ້ອມດ້ວຍຄະນະ ໄດ້ພ້ອມກັນຕ້ອນຮັບ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພ້ອມຄະ ນະ ທີ່ໄດ້ລົງມາຕິດຕາມຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ແຂວງວຽງຈັນ ແລະ ເກັບກຳຂໍ້ມູນຕົວແບບການຜະລິດ ເພື່ອເປັນເປົ້າໝາຍພິຈາລະນາຄັດເລືອກເປັນຕົວແບບ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກທີ່ຈະໄຂຂຶ້ນໃນມໍ່ໆນີ້.
ໂອກາດນີ້, ສະຫາຍ ທອງສະຫວັນ ວົງສຳພັນ ໄດ້ລາຍງານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ແຂວງວຽງຈັນ ວ່າ: ພາຍຫລັງທີ່ໄດ້ຮັບຄຳສັ່ງ, ຄຳແນະນຳ ຈາກຂັ້ນເທິງກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ຄະນະປະຈຳພັກແຂວງວຽງຈັນ ກໍໄດ້ມີການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດານິຕິກຳດັ່ງກ່າວ ອອກເປັນນິຕິກຳຂອງແຂວງ, ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແຂວງ, ສ້າງແຜນເຄື່ອນໄຫວຂອງຄະນະຮັບຜິດຊອບ ເພື່ອເປັນບ່ອນອີງໃຫ້ແຕ່ລະອະນຸກຳມະການ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອງຕົນ ເຊິ່ງແຕ່ລະອະນຸກຳມະການຂັ້ນແຂວງ ກໍໄດ້ເປັນເຈົ້າການນຳພາ-ຊີ້ນຳ, ຊຸກຍູ້ການກະ ກຽມດຳເນີນກອງປະຊຸມໃຫຍ່ ຢູ່ຮາກຖານພັກອ້ອມຂ້າງແຂວງ ແລະ ບັນດາເມືອງ ເພື່ອກະກຽມຄວາມພ້ອມຮອບດ້ານຢ່າງເປັນຂະບວນຟົດຟື້ນ, ມີເນື້ອໃນທີ່ສອດຄ່ອງ, ມີບຸກຄະລາກອນທີ່ມີມາດ ຖານເງື່ອນໄຂຄົບຖ້ວນ, ຖືກຕ້ອງ ແລະ ຮັບປະກັນ ຕາມໄລຍະເວລາທີ່ກຳນົດໄວ້. ມາຮອດປັດຈຸບັນ, ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນບ້ານ 100%, ໜ່ວຍພັກສໍານັກງານ-ອົງການຂັ້ນເມືອງ ສໍາເລັດແລ້ວ 667 ໜ່ວຍພັກ (ຍັງ 2 ໜ່ວຍພັກ ຢູ່ເມືອງຫີນເຫີບ); ຮາກຖານພັກ ອ້ອມຂ້າງແຂວງ: ປະກອບມີ 15 ຄະນະພັກຮາກ ຖານ, ມີ 79 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ ມີ 17 ໜ່ວຍພັກຮາກຖານ (ບໍ່ນັບກຳລັງປະກອບອາວຸດ) ໄດ້ສຳເລັດການທາບທາມ ຮອບທີ 2, ດຳ ເນີນຊີວິດການເມືອງທ້າຍສະໄໝ ແລະ ເປີດກອງປະຊຸມໃຫຍ່ສະມາຊິກພັກ ສຳເລັດຈຳນວນ 32 ໜ່ວຍພັກ (ຍັງ 47 ໜ່ວຍພັກ).
ໃນໂອກາດດຽວກັນ, ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ມີຄຳເຫັນຊີ້ນໍາ ໃຫ້ເອົາຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກ ງານສະມາຊິກພັກຂອງຕົນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຕັ້ງໜ້າປະຕິບັດຕາມໜ້າທີ່ການເມືອງຂອງຕົນ ເພື່ອກຽມຄວາມພ້ອມໃຫ້ແກ່ການດຳເນີນກງປະຊຸມໃຫຍ່ຂອງພັກ ກໍຄື ຂອງແຂວງ ໃຫ້ມີບັນຍາກາດຟົດຟື້ນ; ເພີ່ມທະວີການການທອດຖອນບົດຮຽນກ່ຽວກັບດ້ານເນື້ອໃນຂອງກອງປະຊຸມ ໂດຍສະເພາະຮ່າງບົດລາຍງານການເມືອງຂອງແຂວງ ແລະ ເມືອງໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັນ, ຊອກໃຫ້ເຫັນດ້ານດີທີ່ພົ້ນເດັ່ນຂອງເມືອງ ໂດຍສະເພາະຕົວແບບການຜະລິດ ທີ່ເປັນວິສາຫະ ກິດສ່ວນບຸກຄົນດ້ານກະສິກຳ, ຫັດຖະກຳ ແລະ ການທ່ອງທ່ຽວ ມາເປັນຕົວແທນປະກອບຄຳຄິດເຫັນໃນກອງປະຊຸມໃຫຍ່ຂອງເມືອງ, ແຂວງ ກໍຄື ສູນກາງ ເພື່ອເປັນບ່ອນອີງເຖິງຜົນງານທີ່ພົ້ນເດັ່ນໃນໄລຍະ 5 ປີຜ່ານມາ; ເອົາໃຈໃສ່ປຸກລະດົມທົ່ວປວງຊົນລາວ ໃຫ້ເຂົ້າຮ່ວມຂະບວນການສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI ແລະ ຄັ້ງທີ XII ຂອງພັກ ໃຫ້ມີຜົນສຳເລັດຢ່າງຈົບງາມ.
ຫລັງຈາກນັ້ນ, ການນຳແຂວງວຽງຈັນ ໄດ້ນຳພາ ສະຫາຍ ຄຳພັນ ເຜີຍຍະວົງ ພ້ອມຄະນະ ລົງຢ້ຽມຊົມສູນຫັດຖະກຳ ປ້າແສນ ບ້ານໂພນໝີ ເມືງວຽງຄຳ ເຊິ່ງເປັນສູນຜະລິດ ແລະ ຈຳໜ່າຍ ຜະ ລິດຕະພັນຜ້າໄໝ ແຜ່ນແພ ທີ່ຜະລິດດ້ວຍມືຂອງຊ່າງທີ່ຊຳນານ ທີ່ເປັນຄົນລາວ 100% ຕື່ມອີກ.
ຂ່າວ-ພາບ: ຖວທ ແຂວງວຽງຈັນ





