ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກມອບເຂົ້າສານ ໃຫ້ປະຊາຊົນ ບ້ານໄຊມຸງຄຸນ

Oct 8, 2024

ໃນວັນທີ 6 ຕຸລາຜ່ານມານີ້, ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິ ການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງມອບເຂົ້າສານໜຽວ ຈໍານວນ 1 ໂຕນ ໃຫ້ແກ່ 24 ຄອບຄົວທຸກຍາກ ບ້ານ ໄຊມຸງຄຸນ ເມືອງຮຸນ ແຂວງ ອຸດົມໄຊ, ລວມເປັນ ມູນຄ່າ 18 ລ້ານກວ່າກີບ ແລະ ບໍລິສັດ ລາວຊີລົງ ມອບເງິນສົດ ຈໍານວນ 20 ລ້ານກີບ, ເພື່ອປັບປຸງ, ສ້ອມແປງສະໂມສອນຂອງບ້ານ.
ໃນໂອກາດນີ້, ທ່ານ ສຸກ ສຸລີກັນຍາ ເລຂາຄະນະພັກຮາກຖານບ້ານ ນາຍບ້ານໄຊມຸງຄຸນ ໄດ້ສະແດງຄວາມຂອບໃຈທີ່ທາງສູນ ກາງ, ແຂວງ ແລະ ເມືອງ ໄດ້ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໃຍ ພໍ່ແມ່ປະຊາຊົນ ບ້ານໄຊມຸງຄຸນຂອງພວກເຮົາ ແລະ ທາງບ້ານຈະນໍາເອົາເຄື່ອງຈໍານວນດັ່ງກ່າວນີ້ໄປມອບຕໍ່ໃຫ້ຄອບຄົວ ຕາມເປົ້າໝາຍ ດ້ວຍຄວາມ ໂປ່ງໃສ ແລະ ທົ່ວເຖິງ.
ແຫຼ່ງຂ່າວ: ແຂວງອຸດົມໄຊ