ຫົວໜ້າສະຖາບັນເລືອດ ສປ ຈີນ ເຂົ້າພົບປະໂອ້ລົມ ປະທານອົງການກາແດງແຫ່ງຊາດລາວ

ຫົວໜ້າສະຖາບັນເລືອດ ສປ ຈີນ ນໍາໂດຍ ທ່ານ Yongjun Chen ( ຢົງຊຸນ ເຊີນ) ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າພົບປະໂອ້ລົມ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ເພື່ອຮ່ວມເຮັດວຽກກັບສະຖາບັນເລືອດແຫ່ງຊາດ ພ້ອມທັງພົບປະກັບພາກສວ່ນກ່ຽວຂ້ອງ ໃນວັນທີ 26 ພະຈິກ 2025, ຈຸດປະສົງເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານປຸກລະດົມບໍລິຈາກເລືອດ ແລະ ຕອບສະໝອງເລືອດທີ່ປອດໄພ ແລະ ການຮ່ວມມືຊຶ່ງກັນ ແລະ ກັນ.
ປະທານອົງການກາແດງແຫ່ງຊາດລາວ ໃຫ້ຮູ້ວ່າ: ວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢູ່ໃນລາວ, ໄດ້ມີການສົ່ງເສີມການບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ, ຮັບປະກັນການສະໜອງເລືອດທີ່ປອດໄພ ແລະ ພຽງພໍໃນຂອບເຂດທົ່ວປະເທດ, ຊຶ່ງສະຖາບັນເລືອດແຫ່ງຊາດ ໄດ້ສ້າງຂະບວນການໃນວັນສຳຄັນຕ່າງໆຂອງພັກ ຂອງຊາດ ແລະ ສາກົນ, ໄດ້ຈັດກອງປະຊຸມ ເຝິກອົບຮົມໃຫ້ຜູ້ປະສານງານ ຮ່ວມກັບບັນດາໂຮງຈັກໂຮງງານ ແລະ ຫົວໜ່ວຍທຸລະກິດ ໂດຍມີຜູ້ບໍລິຈາກເລືອດໃນກຸ່ມເປົ້າໝາຍ ເຖິງວ່າຈະມີຜົນສຳເລັດໃນຫຼາຍດ້ານ ແຕ່ຍັງມີບັນຫາສິ່ງທ້າທາຍທີ່ສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ຮ່ວມກັນ ເອົາໃສ່ແກ້ໄຂຊ່ວຍກັນ ໂດຍສະເພາະ 3 ເຫດຜົນຫຼັກ ທີ່ບໍ່ຢາກບໍລິຈາກເລືອດ ຄື: ຢ້ານ ແລະ ບໍ່ທັນເຂົ້າໃຈກ່ຽວກັບການບໍລິຈາກເລືອດທີ່ເລິກເຊິ່ງ, ຄິດວ່າເປັນເລື່ອງໄກໂຕ ບໍ່ໄດ້ກ່ຽວຂ້ອງ ແລະ ບໍ່ຈໍາເປັນ, ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຫຼື ຕ້ອງໄດ້ຮັບການຊຸກຍູ້ຈາກຄະນະນໍາກົມກອງ.
ຈາກນັ້ນ ສອງຝ່າຍ ໄດ້ເປິກສາຫາລືຮ່ວມກັນ ເພື່ອຫາແນວທາງປັບປຸງແກ້ໄຂບັນຫາ, ວິທີການປຸກລະດົມຜູ້ບໍລິຈາກເລືອດ ແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ສັງຄົມ ໄດ້ຮັບຮູ້ເຂົ້າໃຈ ເຫັນໄດ້ຄວາມໝາຍສຳຄັນ ຈຳເປັນ ແລະ ຫັນມາຮ່ວມປະກອບສ່ວນບໍລິຈາກເລືອດ ໃຫ້ນັບມື້ຫຼາຍຂຶ້ນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບທີ່ຂາດເລືອດ.
ຂ່າວ-ພາບ : ວສລ






