ໃນຕອນເຊົ້າວັນທີ 20 ມັງກອນ 2025, ພັອ ອຸໄດ ອິນສຸວັນ ຫົວໜ້າກອງບັນຊາການ ປກສ ໄຊສົມບູນ ໄດ້ຕ້ອນຮັບທີມງານສື່ມວນຊົນ ປກສ ທີ່ນໍາພາໂດຍ ພັອ ພອນພິລຸນ ປັນຍາສິລິ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ເດີນທາງມາເຄື່ອນໄຫວເຮັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງໄຊສົມບູນ.
ໃນໂອກາດນີ້, ພັອ ພອນພິລຸນ ປັນຍາສິລິ ໄດ້ລາຍງານຈຸດປະສົງ ຂອງການມາເຄື່ອນໄຫວເຮັດວຽກຢູ່ ແຂວງໄຊສົມບູນ ຕໍ່ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຮັບຊາບ, ທັງນີ້ ກໍເພື່ອລົງເກັບກໍາຂໍ້ມູນຜົນງານການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງໄຊສົມບູນ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ ເພື່ອນໍາເອົາຜົນງານ, ຜົນສໍາເລັດດັ່ງກ່າວມາເຜີຍແຜ່ໂຄສະນາຜ່ານສື່ມວນຊົນ ປກສ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ໂອກາດນີ້, ພັອ ອຸໄດ ອິນສຸວັນ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການລົງມາເຄື່ອນໄຫວເຮັດວຽກຂອງທີມງານ ສື່ມວນຊົນ ປກສ ໃນຄັ້ງນີ້ ເປັນການຢັ້ງຢືນຄືນເຖິງຜົນງານໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ, ພ້ອມນີ້ຫົວໜ້າ ປກສ ແຂວງໄຊສົມບູນ ຍັງໄດ້ລາຍງານສະພາບທົ່ວໄປພາຍໃນແຂວງ ລວມທັງວຽກງານທີ່ສໍາຄັນຕ່າງໆ ເປັນຕົ້ນແມ່ນການປາບປາມຢາເສບຕິດ. ພ້ອມທັງອວຍພອນໃຫ້ທີມງານກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານໃນຄັ້ງນີ້.
ພາບ-ຂ່າວ: ສື່ມວນຊົນ ປກສ





