ໃນຕອນບ່າຍວັນທີ 21 ພະຈິກ 2024, ຢູ່ອົງການໄອຍະການປະຊາຊົນສຸງສຸດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວັງ ເຈີ່ນຈາງ (WANG ZHEN JIANG) ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປ ຈີນ ພ້ອມດ້ວຍຄະ ນະ ໃນໂອກາດ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກງານຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ພະ ຈິກ 2024 ນີ້.
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫວັງ ເຈີ່ນຈາງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໃນການເພີ່ມທະວີ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນ ແລະ ມີປະສິດຕິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະວຽກງານກົດ ໝາຍ ແລະ ຍຸຕິທໍາ.
ພ້ອມກັນນີ້, ທ່ານຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ກໍໄດ້ແຈ້ງສະພາບການໂດຍຫຍໍ້ກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທໍາ ຂອງ ສປປ ລາວ ແລະ ການຮ່ວມມື ໃນໄລຍະຜ່ານມາຂອງສອງປະເທດ ໂດຍສະເພາະ ອົງການໄອຍະການປະຊາຊົນ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ສປ ຈີນ.
ທ່ານ ຫວັງ ເຈີ່ນຈາງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງຖືໂອກາດນນີ້ ລາຍງານຈຸດປະສົງຂອງການເດີນທາງມາເຮັດວຽກຄັ້ງນີ້ ໂດຍສະເພາະແມ່ນການຮ່ວມມືລະຫວ່າງ ສອງກະຊວງຍຸຕິທຳຂອງ ສປປ ລາວ-ສປ ຈີນ.
ຂ່າວ-ພາບ: ສຸກ ອອປສ




