ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າ ອອປສ ຢ້ຽມຢາມ-ເຮັດວຽກຮ່ວມກັບມະຫາວິທະຍາໄລກວາງຊີ ສປ ຈີນ

Nov 13, 2024

ໃນວັນທີ 12 ພະຈິກ 2024, ທີ່ມະຫາວິທະຍາໄລກວາງຊີ, ແຂວງໜານໜີງ, ສປ ຈີນ ຄະນະຜູ້ແທນຂັ້ນສູງ ອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ພົບປະກັບ ຄະນະມະຫາ ວິທະຍາໄລກວາງຊີ ສປ ຈີນ ນຳໂດຍ ທ່ານ ເຊຍ ກົວເອິ່ນ ຮອງອາທິການບໍດີມະຫາວິທະຍາໄລກວາງຊີ ສປ ຈີນ ໂອກາດເດີນ ທາງຢ້ຽມຢາມ ແລະ ເຮັດວຽກທາງການຮ່ວມກັບມະຫາວິທະຍາ ໄລກວາງຊີ ໜານໜິງ ສປ ຈີນ.
ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເຊຍ ກົວເອິ່ນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ທີ່ໄດ້ໃຫ້ທຶນການສຶກສາ ແລະ ຝຶກອົບຮົມ ໃຫ້ພະນັກງານຫລັກແຫລ່ງຂອງ ອົງການໄອຍະການປະຊາຊົນ ສປປ ລາວ ເພື່ອກໍ່ສ້າງພະນັກງານໄອຍະການ ສປປ ລາວ ໃຫ້ມີຄວາມຮູ້, ຄວາມສາມາດ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ມີປະສິດທິພາບ. ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາສູງ ຜົນສໍາເລັດຂອງການພົວພັນ-ຮ່ວມ ມືໃນໄລຍະຜ່ານມາ ພາຍໃຕ້ການນຳພັກ-ລັດຂອງ ສປ ຈີນ ກໍຄື ມະຫາວິທະຍາໄລກວາງຊີ ທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍ ເຫລືອອົງການໄອຍະການປະຊາຊົນ ມາໂດຍຕະຫລອດ ໂດຍສະ ເພາະການໃຫ້ທຶນການສຶກສາ ເພື່ອຍົກລະດັບຄວາມຮູ້ຄວາມ ສາມາດໃຫ້ແກ່ບຸກຄະລາກອນສ້າງຄວາມເຂັ້ມແຂງໃຫ້ແກ່ວຽກ ງານໄອຍະການປະຊາຊົນຂອງ ສປປ ລາວ ໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ.
ຂ່າວ-ພາບ: ສຸກ ອອປສ