ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າ ອອປສ ແຫ່ງ ສປປ ລາວ ຕ້ອນຮັບອັກຄະລັດຖະທູດທີ່ປຶກສາ ສ.ຣັດເຊຍ ປະຈຳ ລາວ

Sep 13, 2024

ໃນວັນທີ 13 ກັນຍານີ້ ທີ່ຫ້ອງຮັບແຂກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ທາລີບອບ ເອລຊາດ (TALYBOV ELSHAD) ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈຳ ສປປ ລາວ.
ໃນວາລະດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທາລີບອບ ເອລຊາດ ພ້ອມຄະນະ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງປະຊາຊົນສອງຊາດ, ສອງລັດຖະບານ ກໍຄືສອງປະເທດລາວ-ຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ, ມີລັກສະນະຮອບດ້ານ, ສອງປະເທດໄດ້ສືບຕໍ່ຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນຕະຫຼອດມາ ເປັນຕົ້ນດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ຂອງອົງການໄອຍະການປະຊາຊົນສູງສຸດ ໃນຕົ້ນເດືອນກັນຍາ 2024 ຜ່ານມາ.
ໂອກາດນີ້, ທ່ານອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດແຫ່ງ ສ. ຣັດເຊຍ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.
ຂ່າວ: ອອປສ
May be an image of 3 people, dais and text