ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງນໍ້າທາເລັ່ງໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໄດ້ສູນພັກເຊົາທີ່ປອດໄພ

Sep 12, 2024

ຕອນແລງວັນທີ 11 ກັນຍານີ້, ທ່ານ ສີວິໄລ ປັ່ນແກ້ວ ຮອງເຈົ້າແຂວງ ແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ວ່າ: ພາຍຫຼັງເກີດໄພພິບັດແລ້ວ, ທາງແຂວງໄດ້ຈັດສັນຜູ້ປະສົບໄພຈໍານວນ 3 ພັນກວ່າຄົນ ໄວ້ເທດສະບານແຂວງ, ພ້ອມທັງໃຫ້ການຊ່ວຍເຫຼືອໃນຂັ້ນເບື້ອງຕົ້ນເຊັ່ນ: ອາຫານ, ນໍ້າດື່ມ, ເຄື່ອງ ໃຊ້ທີ່ຈໍາເປັນ.
ທ່ານ ສີວິໄລ ປັນແກ້ວ ໃຫ້ຮູ້ວ່າ: ພະຍຸຢາກິເຮັດໃຫ້ມີຝົນຕົກໜັກ ແລະ ສົມທົບກັບສາຍນໍ້າທາ, ນໍ້າທຸງ, ນໍ້າແງ້ນ ຍຶ່ງຂຶ້ນເຮັດໃຫ້ນໍ້າໄຫຼເຂົ້າສູ່ທົ່ງພຽງຫຼວງນໍ້າທາ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມທີ່ຮ້າຍ ແຮງໃນປະຫວັດສາດ ເຊິ່ງມີ 27 ບ້ານຖືກນໍ້າຖ້ວມ, ໃນນັ້ນ 17 ບ້ານ ຖືກນໍ້າຖ້ວມໜັກກວ່າໝູ່ຄື: ລະບົບໄຟ, ນໍ້າປະປາ, ສັນຍານອິນເຕີເນັດຖືກຕັດຂາດ ແຕ່ມາຮອດປະຈຸບັນແມ່ນສາມາດໃຊ້ໄດ້ເປັນປົກກະຕິແລ້ວ.
ທ່ານ ສີວິໄລ ປັ່ນແກ້ວ ກ່າວຕື່ມວ່າ: ເສັ້ນທາງລະຫວ່າງແຂວງແມ່ນສາມາດໄປມາໄດ້, ແຕ່ເສັ້ນທາງລະຫວ່າງເທດສະບານແຂວງຫາເມືອງເຊັ່ນ: ເທດສະບານແຂວງໄປຫາເມືອງສິງ, ເມືອງລອງ, ເມືອງນາແລ ແມ່ນຍັງບໍ່ທັນໄປມາໄດ້.