ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນເດືອນ ກັນຍາ 2024 ທີ່ຜ່ານມາ. ດັ່ງນັ້ນ, ໃນວັນທີ 21 ມັງກອນ 2025, ຢູ່ທີ່ຫ້ອງຮັກແຂກ ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ມອບເງິນຊ່ວຍເຫຼືອຄ່າໄຟຟ້າ ແລະ ຄ່ານໍ້າປະປາ ໃຫ້ປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມດັ່ງກ່າວ ລວມມູນຄ່າ 754 ລ້ານກວ່າກິບ. ມອບໃຫ້ອົງການປົກຄອງເມືອງຫຼວງນໍ້າທາ, ເປັນກຽດມອບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ກ່າວຮັບໂດຍ ທ່ານ ສີຈັນ ລໍທອງໂຫຼຍ ຫົວໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ໂດຍຊ່ອງໜ້າຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ.
ການມອບເງິນຄັ້ງນີ້, ກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ວ່າດ້ວຍການອະນຸມັດຈ່າຍເງິນຮ່ວງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ແຂວງຫຼວງນໍ້າທາ, ເພື່ອນໍາໃຊ້ເຂົ້າໃນການຊໍາລະຄ່າກະແສໄຟຟ້າ ເດືອນ ກັນຍາ 2024 ໃຫ້ຄອບຄົວທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ພາຍໃນແຂວງຫຼວງນໍ້າທາ ຈໍານວນ 42 ບ້ານ, 3,301 ຄອບຄົວ ແລະ ຊໍາລະຄ່ານໍ້າປະປາ ໃຫ້ປະຊາຊົນຈໍານວນ 24 ບ້ານ ມີ 2,961 ໝໍ້ແທກນໍ້າ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ພາຍໃນເມືອງຫຼວງນໍ້າທາ.
ຂ່າວ: ສົມພອນ ຂຸນດາວົງ



