ແຂວງຫຼວງພະບາງ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 207 ຄົນ, ໃນນີ້ເປັນນັກກິລາ 152 ຄົນ ໃນ 12 ປະເພດກິລາໃຍງານມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ ແຂວງສາລະວັນ ຮັບກຽດເປັນເຈົ້າ ພາບ ໃນລະຫວ່າງວັນທີ 13-22 ທັນວາ 2024
ທ່ານ ສຸລິດອນ ພານິຜິດ ຫົວໜ້າຂະແໜງພະລະ-ສິລະປະພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມກະກຽມຄວາມພ້ອມຂອງຄະນະນັກກິລາຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຜ່ານການກະກຽມວຽກງານແຕ່ລະດ້ານ ແຂວງຫຼວງພະບາງ ໄດ້ມີຄວາມພ້ອມຫຼາຍກວ່າ 100% ໂດຍວາງຄາດໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ຢ່າງໜ້ອຍ 31 ຫຼຽນ ໃນນີ້ແບ່ງເປັນ 8 ຫຼຽນຄຳ ແລະ 10 ຫຼຽນເງິນ ແລະ 13 ຫຼຽນທອງ.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະ ແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ສະແດງຄວາມຊົມເຊີຍທີ່ສະຫະພັນກິລາແຕ່ລະປະເພດ ທີ່ໄດ້ເອົາໃຈໃສ່ຄັດເລືອກນັກກິລາ ເຂົ້າສູນຝຶກຊ້ອມຕາມກຳນົດເວລາ ທັງສະ ແດງຄວາມຂອບໃຈຕໍ່ການນໍາຂອງແຂວງທີ່ໄດ້ໃຫ້ການຊຸກຍູ້ວັດຖຸ ແລະ ປັດໄຈ ຊ່ວຍນັກກິລາແຕ່ລະປະເພດ ເພື່ອເຂົ້າຮ່ວມແຂ່ງຂັນຕາມກຳນົດເວລາ ພ້ອມທັງໄດ້ເຊີນຊວນມວນຊົນຊາວແຂວງຫຼວງພະບາງ ທີ່ຢູ່ພາຍໃນແຂວງຈົ່ງພ້ອມກັນຮ່ວມຊົມຮ່ວມເຊຍ ແລະ ໃຫ້ກຳລັງໃຈແກ່ນັກກິລາຂອງແຂວງສາມາດຍາດໄດ້ໄຊຊະນະ ຕາມຄາດໝາຍທີ່ວາງໄວ້.
ຂ່າວໂດຍ: ສອນອາຄົມ ສກຂ ຫຼວງພະບາງ






