ຫຼວງພະບາງ ພາວເວີ ສ້າງ ແລະ ຖວາຍອາຄານປະຕິບັດທັມຫຼັງໃໝ່ ທີ່ວັດລ້ອງຄູນ ສີຄູນນາຣາມ ວັດມໍຣະດົກໂລກໃນເມືອງຫຼວງພະບາງ ສືບສານ ແລະ ອະນຸລັກວັດທະນະທຳ ປະເພນີໄດ້ຢ່າງຍືນຍົງ.

ໃນວັນທີ 03 ກໍລະກົດ 2025 ບໍລິສັດ ຫຼວງພະບາງພາວເວີ ຈໍາກັດ ຫຼື LPCL ເປັນບໍລິສັດທີ່ດໍາເນີນໂຄງການໄຟຟ້ານ້ຳ ຫຼວງພະບາງ ແລະ ເປັນບໍລິສັດໃນກຸ່ມຂອງ ບໍລິສັດ ຊີເຄ ພາວເວີ ຈໍາກັດ (ມະຫາຊົນ) ເຊິ່ງເປັນໜຶ່ງໃນຜູ້ນໍາດ້ານການຜະລິດໄຟຟ້າຈາກພະລັງງານໝູນວຽນໄດ້ທີ່ໃຫຍ່ທີ່ສຸດໃນພາກພື້ນ ແລະ ມີຄາຣ໌ບອນຟຸດພຣິນຕໍ່ໜ່ວຍການຜະລິດທີ່ຕໍ່າຫຼາຍ. ໄດ້ເຂົ້າຮ່ວມໃນການສ້າງອາຄານປະຕິບັດທໍາ ໃນການສ້າງອາຄານປະຕິບັດທັມຫຼັງໃໝ່ ຢູ່ວັດລ້ອງຄູນ ສີຄູນນາຣາມ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງເປັນວັດມໍຣະດົກໂລກ ແລະ ເປັນສະຖານທີ່ພຸດທະປະຫວັດສາດທີ່ສໍາຄັນຂອງເມືອງຫຼວງພະບາງ.
ການສະໜັບສະໜູນໃນຄັ້ງນີ້ ມີເປົ້າໝາຍເພື່ອສົ່ງເສີມກິດຈະກໍາທາງພຸດທະສາສະໜາ ແລະ ເພື່ອສົ່ງເສີມຄວາມສົມບູນຂອງວັດມໍຣະດົກໂລກ ຕາມແນວທາງການອະນຸລັກຂອງອົງການ UNESCO ເພື່ອມອບສະຖານທີ່ສັບປາຢະ ຫຼື ສິ່ງແວດລ້ອມທີ່ເໝາະສົມ ແລະ ເອື້ອຕໍ່ການປະຕິບັດທຳ ໃຫ້ແກ່ພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວທີ່ສົນໃຈການຮຽນຮູ້ພຸດທະທັມໃນເມືອງຫຼວງພະບາງ.
ສາທຸສົມບັດ ສັມປັນໂນ ເຈົ້າອະທິວັດລ້ອງຄູນສີຄູນນາຣາມ ກ່າວວ່າ ວັດລ້ອງຄູນ ສ້າງຂຶ້ນໃນປີ 1791 ໃນສະໄໝພຣະເຈົ້າອະນຸລຸດ ແລະ ເຄີຍເປັນວັດທີ່ເຈົ້າມະຫາຊີວິດທຸກໆ ພຣະອົງໄດ້ມາບໍາເພັນປະຕິບັດທັມ ບາງພຣະອົງກໍ່ມາພະນວດ (ບວດ) ກ່ອນຈະກຽມຂື້ນຄອງຣາຊ ແລະ ເປັນວັດທີ່ສົມເດັດພະສັງຄະຣາຊບຸນທັນ ບຸບຜາຣັດ ອົງສຸດທ້າຍຂອງລາວ ໄດ້ມາບວດສຶກສາທັມມະວິໄນ ແລະ ຈໍາພັນສາຢູ່ວັດນີ້ຫຼາຍພັນສາຈົນໄດ້ຮັບເປັນຕໍາແໜ່ງເປັນສົມເດັດພຣະສັງຄະຣາຊ ຈື່ງຍ້າຍມາປະຈໍາຢູ່ວັດໃໝ່ ສຸວັດນະພູມາຣາມ.
ປະຈຸບັນ ທາງວັດມີໂຄງການປະຕິບັດທັມ ສໍາຫຼັບປະຊາຊົນ ແລະ ໂຄງການບວດສາມະເນນໃຫ້ແກ່ລູກຫຼານຜູ້ຊາຍອາຍຸນ້ອຍມາບວດສຶກສາທັມມະໃຫ້ຮູ້ຈັກບຸນຄຸນຂອງພໍ່ແມ່ໃຫ້ເປັນລູກທີ່ດີ ແລະ ຈັດໂຄງການອົບຮົມສິນລະທັມໃຫ້ແກ່ລູກຫຼານເຍົາວະຊົນທົ່ວໄປ ໃຊ້ເວລາວ່າງໃນຊ່ວງປິດພາກຮຽນໃຫ້ເກີດປະໂຫຍດໄດ້ສຶກສາຄວາມຮູ້ທາງພຸດທະສາສະໜາ.
ບໍລິສັດ ຫຼວງພະບາງພາວເວີ ໄດ້ເປັນສັດທາສ້າງສາລາໃນຄັ້ງນີ້ ຮູ້ສຶກປື້ມປີຕິເປັນບຸນໃຫຍ່ທີ່ໄດ້ສົງເສີມອຸປະຖັມຄໍ້າຊູວັດໃຫ້ມີສະຖານທີ່ຮອງຮັບຜູ້ມາປະຕິບັດທັມໄດ້ຢ່າງສະດວກຫຼາຍຂື້ນ.
ທ່ານ ແສງທອງ ລືຍ່າງ ຫົວໜ້າຂະແໜງ ຄຸ້ມຄອງ ມໍຣະດົກໂລກ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ກ່າວເພີ່ມເຕີມວ່າ: ວັດລ້ອງຄູນ ເປັນວັດໜຶ່ງທີ່ສໍາຄັນ ແລະ ໄດ້ຂຶ້ນທະບຽນເປັນມໍຣະດົກໂລກ. ທຸກການບູລະະປະຕິສັງຂອນ ແລະ ກໍ່ສ້າງອາຄານໃໝ່ພາຍໃນວັດ ຕ້ອງໄດ້ອອກແບບໃຫ້ຖືກຕ້ອງຕາມກົດລະບຽບ. ສໍາລັບ ໂຄງການກໍ່ສ້າງອາຄານປະຕິບັດທັມຫຼັງໃໝ່ນີ້ ກໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການ ຄຸ້ມຄອງການປຸກສ້າງ ແລະ ສ້ອມແປງ ໂດຍມີວິຊາການ ຂອງພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ຕິດຕາມ, ກວດກາ ຢ່າງໃກ້ຊິດຕັ້ງແຕ່ເລີ່ມຕົ້ນ ຈົນສໍາເລັດການກໍ່ສ້າງ.
ຕົວແທນຈາກ ບໍລິສັດ ຫຼວງພະບາງພາວເວີ ຈໍາກັດ ໄດ້ກ່າວວ່າ ບໍລິສັດ ແລະ ພະນັກງານຮູ້ສຶກປິຕິຍິນດີຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການສ້າງອາຄານປະຕິບັດທັມໃນວັດທີ່ມີຄຸນຄ່າທັງດ້ານປະຫວັດສາດ ແລະວັດທະນະທໍາ ພ້ອມທັງສືບສານ ແລະ ອະນຸລັກປະເພນີທາງພຸດທະສາສະໜາ ລວມທັງສະຖານທີ່ທາງປະຫວັດສາດພຸດທະສາສະໜາໃນເມືອງມໍຣະດົກໂລກ ໃຫ້ຢູ່ຄູ່ສືບໄປຕາມຄວາມງາມແບບດັ້ງເດີມ. ບໍລິສັດຍັງຄົງມຸ່ງໝັ້ນໃນການສະໜັບສະໜູນກິດຈະກຳເພື່ອຊຸມຊົນຢ່າງຕໍ່ເນື່ອງ ລວມເຖິງການມອບ “ຖົງປັນສຸກ” ໃຫ້ຊາວບ້ານເມືອງຊຽງແມນ ແລະ ມອບອຸປະກອນກິລາໃຫ້ກັບໂຮງຮຽນເມືອງຊຽງແມນ ເພື່ອສົ່ງເສີມຄວາມສຳພັນອັນດີລະຫວ່າງໂຮງໄຟຟ້າ ຊຸມຊົນ ແລະ ເມືອງຫຼວງພະບາງໃນໄລຍະຍາວ.






