ງານ ຫຼວງພະບາງ ຮາຟມາລາທອນ ຄັ້ງທີ 10 ປີ 2024 ຈັດຂື້ນຢ່າງຄຶກຄື້ນ ໃນຕອນເຊົ້າຂອງວັນທີ່ 26 ຕຸລານີ້ ທີ່ຖະໜົນສີສະຫວ່າງວົງ ໜ້າຫໍພິພິທະພັນແຫ່ງ ຊາດຫຼວງພະບາງ ໂດຍມີນັກກິລາແລ່ນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 2.400 ຄົນ.
ໂອກາດມີຄຳເຫັນກ່າວເປີດງານ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບຈັດງານທີ່ໄດ້ມີຄວາມເອົາໃຈໃສ່ກະກຽມຄວາມພ້ອມເຮັດໃຫ້ ງານຫຼວງພະບາງຮາຟມາລາທອນ ຄັ້ງທີ 10 ປີ 2024, ທັງໄດ້ສະແດງຄວາມຍີນດີຕ້ອນຮັບນັກກິລາແລ່ນ ທີ່ເຂົ້າຮ່ວມຂະບວນການຢ່າງຝົດຝື້ນ ເປັນການປຸກລະດົມໃຫ້ທຸກພາກສ່ວນ ພ້ອມກັນມາຫຼີ້ນກິລາເພື່ອສຸຂະພາບ ແລະປຸກລະດົມຂະບວນການດ້ານກິດຈະກຳ ເພື່ອດືງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງຫຼາຍຂື້ນ.
ການຈັດງານຄັ້ງນີ້ ເພື່ອສືບຕໍ່ດໍາເນີນກິດຈະກໍາ ແລ່ນເພື່ອນການກູສົນລະດົມທືນເຂົ້າໂຮງໝໍເພື່ອນລາວ ສຳລັບເດັກ ແຂວງຫຼວງພະບາງ ຕໍ່ເນື່ອງມາເປັນປີທີ່ 10 ສະ ເພາະປີນີ້ ໄດ້ຕັ້ງເປົ້າລະດົມທຶນການກຸສົນໃຫ້ບັນລຸເປົ້າໝາຍ 1 ຕື້ກວ່າກີບ ເພື່ອຊ່ວຍເຫຼືອໂຮງໝໍເພື່ອນລາວ ສຳລັບເດັກນ້ອຍທີ່ແຂວງຫຼວງພະບາງ ແລະຜູ້ປະສົບໄພນໍ້າຖ້ວມເຂດພາກເໜືອ ໂດຍສະເພາະແມ່ນແຂວງຫຼວງນໍ້າທາ.ໂດຍໄດ້ຈັດກິດຈະ ກຳແລ່ນ ໃນໄລຍະທາງ 385 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 21 ຕຸລາ ມາຮອດແຂວງຫຼວງພະບາງ ໃນວັນທີ 25 ຕຸ ລາ 2024 ຊຶ່ງມີການແລ່ນເປັນໄລຍະທາງ ແລະມີການພັກຜ່ອນບາງເຂດ ໂດຍມີນັກແລ່ນຫຼັກ ລວມມີ 4 ທ່ານ, ທັງມີນັກແລ່ນ ອີກຫຼາຍທ່ານຮ່ວມແລ່ນໃຫ້ກຳລັງໃຈ ແລະມີທີມງານຕິດຕາມນຳອີກ.
ສະເພາະກິດຈະກຳແລ່ນຫຼວງພະບາງຮາຟມາລາທອນ ປະກອບມີ 3 ໄລຍະຄື: 21 ກິໂລແມັດ, 14 ກິໂລແມັດ ແລະ 7 ກິໂລແມັດ ເຊີ່ງຜູ້ທີ່ແລ່ນເຂົ້າເສັ້ນໄຊຕາມລະບຽບ ຈະໄດ້ຮັບຫຼຽນລາງວັນ ສ່ວນຜູ້ທີ່ໄດ້ເຂົ້າເສັ້ນໄຊຄົນທຳອິດ ຈະໄດ້ຮັບໂລ່ລາງວັນພ້ອມໃບຢັ້ງຢືນ.
ສຳລັບການລະດົມທືນ ແມ່ນຈະສືບຕໍ່ເປີດຮັບການບໍລິຈາກຜ່ານ QR code ໃນໂພສເຕີ້ ຫຼື ໂອນເຂົ້າບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຊື່ບັນຊີ: Events for Good (ອີເວັ້ນຟໍກູດ) ບັນຊີເງີນ(ກີບ): 010-11-00-01140755-001 ເນື້ອໃນໃສ່ວ່າ: ບໍລິຈາກ ແລ່ນ 385 ກິໂລແມັດ ຫຼື ແຄບໜ້າຈໍທີ່ທ່ານໂອນ, ສົ່ງຮູບ ແລະຊື່ ຂອງທ່ານມາຫາ ແອັດມິນຜ່ານທາງວອດແອັບ 020 9190 1222 ໂດຍຈະມີການໂພສ໌ຮູບຂອງທ່ານລົງຜ່ານທາງ Team We Run and Run Laos Facebook Fan Page ເພື່ອສະແດງຄວາມຂອບໃຈອີກດ້ວຍ.
ຂ່າວ: ອຸພຸດເດດ ບຸບຜາ







