ໂຮງຮຽນປະຖົມສົມບູນໝິນຈູລູ້ ນະຄອນໜານໜິງ ສປ ຈີນ ໄດ້ສົ່ງຄູສອນພາສາຈີນ 3 ທ່ານ ມາສິດສອນພາສາຈີນ ຢູ່ ໂຮງຮຽນຊິນຮວ່າ ແຂວງຫຼວງພະບາງ ສປປ ລາວເມືອບໍ່ດົນມານີ້, ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນການສຶກສາພາ ສາຈີນແຫ່ງຊາດຈີນ ແລະ ຫ້ອງການວຽກງານຄົນເຊື້ອຊາດຈີນຢູ່ຕ່າງປະເທດນະຄອນໜານໜິງ.
ທ່ານ ຫຼິວ ຫຼີຜິງ ຜູ້ອໍານວຍການໂຮງຮຽນປະຖົມສົມບູນໝິນຈູລູ້ ກ່າວວ່າ: ການສົ່ງເສີມການສິດສອນພາສາຈີນຄັ້ງນີ້ຈະສາມາດເຮັດໃຫ້ຂົວຕໍ່ມິດຕະພາບລະຫວ່າງລາວ-ຈີນ, ຈີນ-ລາວ ໜັກແໜ້ນຍິ່ງຂຶ້ນ ແລະ ເປັນການຊຸກຍູ້ການເຊື່ອມໂຍງກັນລະຫວ່າງວັດທະນະທໍາຈີນ ກັບ ວັດທະນະທໍາລາວ ດ້ວຍຮູບແບບທີ່ຫຼາກຫຼາຍ ທັງເປັນການປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການກໍ່ສ້າງປະຊາຄົມຮ່ວມຊາຕາກໍາອາຊຽນ-ຈີນໃຫ້ນັບມື້ນັບຫລາຍຂຶ້ນ.
ສໍາລັບ, ການສອນຂອງຄູທັງສາມ ເປັນການຝຶກອົບຮົມໃນໄລຍະພັກແລ້ງ ຂອງການສຶກສາ ສປປ ລາວ ໂດຍໄດ້ສອນເປັນ 2 ພາກຄື: ຕອນເຊົ້າແມ່ນສອນຊັ້ນປະ ຖົມ ແລະ ພາກຄໍ່າສໍາລັບຜູ້ໃຫຍ່.ໃນເວລາຂຶ້ນສອນ, ຄູ-ອາຈານຈະນໍາໃຊ້ວິທີການສອນຢ່າງຫຼາກຫຼາຍ ເພື່ອກະຕຸ້ນຄວາມສົນໃຈຕໍ່ພາສາຈີນຂອງນັກຮຽນ ເຊັ່ນ: ການສິດສອນໂດຍຜ່ານການສ້າງບັນຍາກາດ, ການຫຼິ້ນກິລາຊົນເຜົ່າ, ການຫຼິ້ນເກມ ແລະ ອື່ນໆ. ບົນພື້ນຖານການຮຽນຕົວໜັງສື ແລະ ພາສາ, ນອກນັ້ນຍັງໄດ້ຈັດຫຼັກສູດການສືບທອດສີມືຕິດພັນກັບວັດທະນະທໍາທີ່ເປັນມູນເຊື້ອອັນດີງາມຂອງຈີນ ເປັນຕົ້ນການຕັດເຈ້ຍ, ການຍ້ອມສີດ້ວຍນໍ້າສີ, ການຖັກແສ່ວ ເຊິ່ງມັນເປັນຮັດແໜ້ນຄວາມຮັກແພງລະຫວ່າງຄູສອນ ກັບ ນັກຮຽນ ແລະ ໄດ້ຮັບຮູ້ເຖິງການແລກປ່ຽນດ້ານວັດທະນະທໍາແບບໄຮ້ພົມແດນ.
Cr: ມີເດຍລາວ





