ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍບ້ານພາຍໃນເມືອງຍົມມະລາດ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

Jul 30, 2024

ວັນທີ 29 ກໍລະກົດ 2024 ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີທ່ານ ໜູທອງ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວ ສ້າງຊາດເມືອງ, ທ່ານ ນ້ຳໃຈ ອຸດສາ ຮອງເຈົ້າເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບຜົນກະທົບຈາກລົມພາຍຸໝູນເຂດຮ້ອນ ທີ່ກຸ່ມບ້ານນາບໍ່ຊຽງດາວ ແລະ ກຸ່ມບ້ານໄຮ່.
ເມືອງຍົມມະລາດໄດ້ຮັບຜົນກະທົບຈາກພະຍຸໝູນເຂດຮ້ອນ ຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຊິ່ງໄດ້ເຮັດໃຫ້ຫຼາຍຈຸດຂອງເມືອງ ຖືກນໍ້າຖ້ວມຂັງ ແລະ ໄຫຼເຂົ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນໃນແຕ່ລະເຂດເປັນຕົ້ນແມ່ນ: ກຸ່ມບ້ານນາບໍ່ຊຽງດາວ ແລະ ກຸ່ມບ້ານໄຮ່. ນໍ້າໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາປີ ແລະ ເສັ້ນທາງຄົມມະນາຄົມລະຫວ່າງບ້ານຕໍ່ບ້ານໄດ້ຮັບຜົນກະທົບ ໂດຍສະເພາະທາງເຂົ້າບ້ານທົ່ງກອງ ໄດ້ຖືກຕັດຂາດບໍ່ສາມາດສັນຈອນໄປມາໄດ້.
ປັດຈຸບັນ ລະດັບນໍ້າເຊບັ້ງໄຟ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນໃກ້ຮອດເຂດເຕືອນໄພ. ຜ່ານການລົງຕິດຕາມກວດກາ ແລະ ໄດ້ປະ ເມີນເບື້ອງຕົ້ນ ເຫັນວ່າທົ່ວເມືອງຍົມມະລາດ ຖືກນໍ້າຖ້ວມນາປີ ຫຼາຍພໍສົມຄວນ ( ສ່ວນລາຍລະອຽດທາງຂະແໜງການທີ່ກ່ຽວຂ້ອງຍັງເກັບກຳຂໍ້ມູນ )
ທີ່ມາ: khammouane News