ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍບ້ານເມືອງສັງທອງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

Sep 16, 2024

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດເມືອງ ສັງທອງ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ໃນວັນທີ 15 ກັນຍາ 2024 ວ່າ: ນໍ້າຖ້ວມເຮືອນຊານຂອງປະຊາຊົນ ແລະ ເຄຫະສະຖານ ລວມທັງພື້ນທີ່ກະສິກຳ ໃນເມືອງສັງທອງ ທັງຫມົດ 14 ບ້ານ ມີ ມີ 362 ຄອບຄົວ ຄື: ບ້ານສໍາພັນນາ, ບ້ານແກ້ງຫມໍ້, ບ້ານທ່ານາສ້າງຫີນ, ບ້ານປາກຕອນ, ບ້ານດອນກາງຂອນ, ບ້ານສະໄກ, ບ້ານອ່າງນ້ອຍ, ບ້ານໂຄກແຫ້, ບ້ານສະນອດ, ບ້ານທ່ານາສາ, ບ້ານຫ້ວຍລ້າ, ບ້ານໃໝ່ປາກສັງ, ບ້ານຫີນລັບ, ບ້ານນາຫອຍ.
ພາບ-ຂ່າວ: ຈັນສະຫມອນ