ໃນລະຫ່ວາງວັນທີ 11-12 ກັນຍາ 2024 ຢູ່ເຂດພາກເໜືອຂອງລາວ ໂດຍສະເພາະແຂວງຫຼວງພະບາງ ໄດ້ມີຝົນຕົກໜັກຫຼາຍຊົວໂມງຕິດຕໍ່ກັນ ເຮັດໃຫ້ສາຍນ້ຳຫ້ວຍນ້ອຍ-ໃຫຍ່ ໄຫຼປ່ອງນ້ຳຄານ ແລະແມ່ນ້ຳຂອງ ແລ້ວຍື່ງຂຶ້ນຖ້ວມເຮືອນຂອງປະຊາຊົນຂອບເຂດນະຄອນ ຫຼວງພະບາງ.
ທ່ານ ສີຈັນ ກຸນຍະສິດ ນາຍບ້ານສັງຄະໂລກນະຄອນຫຼວງ ພະບາງ ໄດ້ໃຫ້ສຳພາດວ່າ: ສຳລັບບ້ານສັງຄະໂລກ ມີປະຊາຊົນເລີ້ມໄດ້ຮັບຜົນກະທົບ ໃນຕອນແລງຂອງວັນທີ່ 11 ກັນຍາ 2024 ມາຮອດວັນທີ່ 13 ກັນຍາ ມີທັງໝົດ 15 ຄອບຄົວ ໃນນັ້ນ ໄດ້ຮັບຜົນກະທົບເສຍຫາຍ ນ້ຳຖ້ວມໝົດຫຼັງຄາເຮືອນ 4 ຄອບຄົວ ແລະໄດ້ຮັບຜົນເສຍຫາຍຖ້ວມເຄີ່ງຫຼັງຄາເຮືອນ ມີ 11 ຄອບຄົວ, ປັດຈຸບັນ ໄດ້ແຕ່ງຕັ້ງຄະນະສະເພາະກິດຂອງບ້ານ ພ້ອມກັນເຝົ້າລະວັງສະພາບນ້ຳເປັນປົກກະຕິ ພ້ອມນັ້ນ ໄດ້ລະ ດົມວັດຖຸປັດໄຈຈາກປະຊາຊົນ ແລະຜູ້ປະກອບການພາຍໃນບ້ານ ມອບການຊ່ວຍເຫຼືອໃຫ້ຜູ້ຖືກຜົນກະທົບເບື່ອງຕົ້ນຈຳນວນໜື່ງ, ພ້ອມນີ້ ໄດ້ວາງແຜນການໃຫ້ການຊ່ວຍເຫຼືອຕື່ມຕາມຄວາມ ສາມາດ ພາຍຫຼັງລະດັບນ້ຳລຸດລົງ.
ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບ ຄະນະນຳແຕ່ລະຂັ້ນ ໄດ້ຊີ້ນຳໃຫ້ທຸກພາກສ່ວນ ກະກຽມກຳລັງປະຈຳການກຽມ ພ້ອມກອບກູ້ໄພພິບັດໄພນ້ຳຖ້ວມ ໂດຍສະເພາະກຳລັງໃນກອງບັນຊາການທະຫານ ນະຄອນ ຫຼວງພະບາງ, ກອງພັນນ້ອຍ 415 ແລະກອງຮ້ອຍປ້ອງກັນທີ່ຕັ້ງ, ກໍາລັງປ້ອງກັນຄວາມສະຫງົບ ແລະກຳລັງຊາວໜຸ່ມທຸກພາກສ່ວນ ອອກເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ຂົນຍ້າຍວັດຖຸສິງຂອງ ທີ່ຈໍາເປັນ ອອກຈາກເຮືອນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໄປໄວ້ບ່ອນທີ່ສູງ ແລະມີຄວາມ ປອດໄພ, ໃນນັ້ນ ໄດ້ລົງຊ່ວຍເຫຼືອປະຊາຊົນຢູ່ເຂດ ບ້ານອາໄພ, ບ້ານວຽງໃໝ່, ລີສອດເລີເບວແອ, ຮ້ານອາຫານແຄມຄານ, ບ້ານວັດທາດ, ບ້ານໂພນສະອາດ, ບ້ານພະບາດໃຕ້ ແລະບ້ານໂພນແພງ, ພ້ອມນີ້ຍັງຈະໄດ້ຕິດຕາມເຝົ້າລະວັງສະພາບເພີ່ມຂຶ້ນຂອງນ້ຳ ຢ່າງເປັນປົກກະຕິ ຕື່ມອີກ.










