ວັນທີ 20 ກັນຍາ 2024 ຢູ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ມີພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອໄພພິບັດທາງທຳມະຊາດໃຫ້ແກ່ແຂວງຄໍາມ່ວນ ໃນນັ້ນມີບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ປະກອບມີ: ເງິນສົດ, ເຄື່ອງນຸ່ງຫົ່ມ, ນໍ້າດື່ມ ແລະ ອາຫານແຫ້ງ ລວມມູນຄ່າ 200 ລ້ານກີບ ມອບໂດຍ ທ່ານ ຫ່ານ ຫຸຍ ຫລູ ປະທານບໍລິສັດ ລາວຄາຍຢວນ, ມີບໍລິສັດ PPK ຜະລິດຫີນຜາກໍ່ສ້າງ ຈໍາກັດ ມອບເງິນສົດຈໍານວນ 15 ລ້ານກີບ ມອບໂດຍທ່ານ ນາງ ໃຈສະໝອນ ເພັດອຸດົມ ຕາງໜ້າບໍລິສັດ PPK ເຊິ່ງຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີຄະນະກອງເລຂາໄພພິບັດຂັ້ນແຂວງເຂົ້າຮ່ວມ. ໂອກາດດຽວກັນ ເຈົ້າແຂວງຄໍາມ່ວນ ຍັງໄດ້ມອບໃບຍ້ອງຍໍ ໃຫ້ທັງສອງບໍລິສັດ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີ ຂອງບັນດາບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໄພພິບັດໃນຄັ້ງນີ້.





