ໃນຖານະເປັນມໍລະດົກທາງວັດທະນະທຳຂອງທົ່ວມວນມະນຸດ, ບຸນກຸດຈີນ ເລີ່ມມີອິດທິພົນນັບມື້ນັບຫຼາຍຂຶ້ນ.
ໃນຊຸມປີມໍ່ໆມານີ້, ປະເທດ ແລະ ພາກພື້ນໃນອາຊີນັບມື້ນັບຫຼາຍໄດ້ກຳນົດໃຫ້ ວັນປີໃໝ່ຂອງຈີນເປັນວັນພັກລັດຖະການ ເຊິ່ງລວມມີ: ຫວຽດນາມ, ສປປ ເກົາຫຼີ,
ສ.ເກົາ ຫຼີ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນ ເປັນຕົ້ນ.
ທີ່ສິງກະໂປ ແລະ ມາເລເຊຍ. ເມື່ອປີໃໝ່ຈີນໝູນວຽນມາເຖິງ, ຖະໜົນຫົນທາງທຸກແຫ່ງກໍ່ຄຶກຄັກໄປດ້ວຍບັນຍາກາດປີໃໝ່.
ປັດຈຸບັນ, ຢູ່ບາງປະເທດໃນທະວີບອາເມຣິກາ ແລະ ອາຟຣິກາ ວັນປີໃໝ່ຈີນໄດ້ ຖືກກຳນົດເປັນວັນພັກລັດຖະການ. ເມື່ອຮອດປີໃໝ່ຈີນ, ທ້ອງຖິ່ນເຫຼົ່ານີ້ກໍຈັດກິດ ຈະກຳສະເຫຼີມສະຫຼອງ ເຊັ່ນ: ການເຊີດມັງກອນເຊີດສິງ, ຂະບວນແຫ່ລົດດອກໄມ້ ແລະອື່ນໆທີ່ສີສັນຫຼາກຫຼາຍ.
ຢູ່ເອີຣົບ, ວັນປີໃໝ່ຈີນບໍ່ແມ່ນວັນພັກລັດຖະການ, ແຕ່ຢູ່ນະຄອນຫຼວງປາຣີປະເທດຝຣັ່ງ, ນະຄອນຫຼວງແບກແລງປະເທດເຢຍລະມັນ ແລະຫຼາຍໆແຫ່ງ ລ້ວນແຕ່ຈະຈັດກິດຈະກຳຕ່າງໆ ເຊັ່ນ: ການສະແດງຮ້ອງແລະຟ້ອນ, ການເຊີດມັງກອນເຊີດສິງເປັນຕົ້ນເພື່ອສະເຫຼີມສະຫຼອງປີໃໝ່ຈີນ ແລະ ສຳຜັດມົນສະເໜ່ຂອງວັດທະນະທຳອັນເປັນມູນເຊື້ອຂອງຈີນ.
ທີ່ມາ: CMG






