ຫຼາຍພາກສ່ວນມອບເຄື່ອງບັນເທົາທຸກເບື້ອງຕົ້ນໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມືອງທ່າພະບາດ

ເມື່ອບໍ່ດົນມານີ້, ອົງການກາແດງ ແຂວງບໍລິຄໍາໄຊ ນໍາໂດຍທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງ ແຂວງບໍລິຄໍາໄຊ ສົມທົບກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ນໍາໂດຍ ທ່ານ ນາງ ສະລັນຍາ ວົງຄໍາສອນ ຫົວໜ້າໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ ພ້ອມດ້ວຍທິມງານ ໄດ້ເຕື່ອນໄຫວມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງ ທ່າພະບາດ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ມອບເຄື່ອງບໍລິໂພກ ແລະ ອຸປະໂພກ ປະກອບມີ: ເຂົ້າສານອາຫານແຫ້ງ, ນໍ້າດື່ມ, ຢາສາມັນປະຈໍາບ້ານ ແລະ ເຄື່ອງໃຊ້ທົ່ວໄປຈຳນວນໜຶ່ງ ມີຈຳນວນ 1.000 ຊຸດ ແລະ ອົງ ການແດງ ແຂວງບໍລິຄຳໄຊ ມອບນໍ້າດື່ມ ຈໍານວນ 450 ແພັກ; ຊຶ່ງທົ່ວເມືອງທ່າພະບາດ ມີບ້ານຖືກຜົນກະທົບດ້ານຕ່າງໆທັງໝົດ ຈໍານວນ 26 ບ້ານ, ມີ 25 ບ້ານຖືກກະທົບດ້ານທີ່ຢູ່ອາໄສ ໃນນັ້ນ ຫຼາຍກວ່າໝູ່ແມ່ນບ້ານ ປ່າໄລ່ ມີ 450 ຄອບຄົວ.




