ໃນວັນທີ 16 ກັນຍາ 2024 ນີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ທ່ານ ອາລຸນຍະເດດ ເລຂາ ສູນວັດທະນະທຳ ສປ ຈີນ ປະຈຳ ສປປ ລາວ ໄດ້ມອບໝີ່ໄວໄວ ແລະ ນໍ້າດື່ມມູນຄ່າ 18 ລ້ານກີບ; ທ່ານ ເສົາພອນ ຄິດ ຫົວໜ້ານັກສຶກສາ ກຳປູເຈຍ ຢູ່ ສປປ ລາວ ມອບປາກະປ໋ອງ, ເຄື່ອງນຸ່ງຫົ່ມ, ນ້ຳດື່ມ ຈຳນວນໜຶ່ງ ແລະ ທ່ານ ບູຊາ ອິນທະປັນຍາ ເຈົ້າຂອງຮ້ານອາຫານ ໄທອອນສະຕຣິສ ລັດວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ມອບເງິນຈຳນວນ 4 ລ້ານກີບ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າ.
ກ່າວຮັບເອົາເຄື່ອງຈຳນວນດັ່ງກ່າວ ໂດຍທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ.







