ວັນທີ 19 ກັນຍາ 2024 ທີ່ຫ້ອງວ່າການນະຄອນຫຼວງວຽງ ຈັນ (ນວ) ໄດ້ມີຫຼາຍພາກສ່ວນສືບຕໍ່ໃຫ້ການຊ່ວຍເຫຼືອວັດຖຸ ແລະ ເງິນແກ່ ນວ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ກ່າວຮັບໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ.
ສຳລັບພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ນວ ເພື່ອໄປຊ່ວຍ ເຫຼືອຜູ້ປະໄພໄພນ້ຳຖ້ວມຄັ້ງນີ້ປະກອບມີບໍລິສັດ ຟໍນຊອດມາຍນີ້ງ (ລາວ) ຳກັດຜູ້ດຽວ 100 ລ້ານກີບ ສະມາຄົມມິດຕະພາບເຢຍລະມັນ-ລາວ 36,5 ລ້ານກີບ ສະມາຄົມມິດຕະພາບລາວ -ເຢຍລະມັນ ເງິນ 20 ລ້ານກີບ ແລະ ນ້ຳດື່ມຕຸກໃຫຍ່ 100 ແພັກ ສູນການສະຫະພັນກຳມະບານລາວ 30 ລ້ານກີບ ແລະ ສະໂມສອນກ໊ອຟອາວຸໂສລາວ 15 ລ້ານກີບ ລວມທັງໝົດ 186,5 ລ້ານກີບ.





