ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍພາກສ່ວນອຸປະຖຳງານຮັບຮອງແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ

Nov 24, 2024

ເມື່ອບໍ່ດົນມານີ້ ທີ່ຫ້ອງຮັບແຂກຂອງພະແນກສາທາລະນະສຸກແຂວງອຸດົມໄຊ, ໄດ້ມີພິທີມອບ-ຮັບ ວັດຖຸປັດໃຈ ອຸປະຖຳງານຮັບຮອງເອົາແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້, ມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ທ່ານ ຫຸມພັນ ອີນທະມຸງຄຸນ ຫົວນ້າພະແນກສາທາລະນະສຸກ ພ້ອມດ້ວຍນັກທຸລະກິດ, ບໍລິສັດ, ຫ້າງຮ້ານຕ່າງໆເຂົ້າຮ່ວມ.
ການມອບວັດຖຸປັດໃຈຄັ້ງນີ້, ປະປອບມີໂຮງໝໍ ໄຊມັງກອນ ປະກອບສ່ວນ 10 ລ້ານກີບ, ບໍລິສັດເພັດສະຫວັນການຢາ 5 ແສນກີບ, ບໍລິສັດເທບທິດາການຢາ 2 ລ້ານກີບ, ບໍລິສັດ MLT ມອບເສື້ອ ມູນຄ່າ 33 ລ້ານກີບ, ໂຮງງານຜະລິດຢາພື້ນເມືອງລາວ-ຈີນ 10 ລ້ານກີບ, ບໍລິສັດການຢາວຽງຈະເລີນ 5 ລ້ານກີບ, ໂຮງໝໍລາວຫວຽດ 5 ລ້ານກີບ, ລວມມູນຄ່າ ທັງໝົດ 65,500,000 ກີບ,
ທ່ານ ຮອງເຈົ້າແຂວງອຸດົມໄຊ ໄດ້ຕາງໜ້າມອບໃບຍ້ອງຍໍໃຫ້ແກ່ພາກສ່ວນຕ່າງໆທີ່ໃຫ້ການອຸປະຖຳງານຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳໃນການນຳໃຊ້ເງີນດັ່ງກ່າວໃຫ້ຖຶກຕາມຈຸດປະສົງ ເພື່ອໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ແສງອາທິດ)