ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍພາກສ່ວນເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ

Jan 16, 2025

ວັນທີ 16 ມັງກອນ 2025 ນີ້, ຢູ່ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ຫຼາຍພາກສ່ວນເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນນີ້, ມີກະຊວງການຕ່າງປະເທດ ນໍາໂດຍສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງໄຊສົມບູນ ນໍາໂດຍ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ໄຊສົມບູນ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕອນຮັບຂອງສະຫາຍ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ແລະ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງແຕ່ລະຄະນະນຳແຕ່ລະພາກສ່ວນທີ່ໄດ້ນໍາເອົາກະຕ່າດອກໄມ້, ກະຕ່າຂອງຂວັນ ແລະ ຄໍາອວຍພອນອັນປະເສີດມາສູ່ ຄະນະນໍາກະຊວງປ້ອງກັນປະເທດໃນຄັ້ງນີ້. ພ້ອມທັງອວຍພອນ ໃຫ້ແຕ່ລະພາກສ່ວນຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊິວິດສ່ວນຕົວ ແລະ ຄອບຄົວພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ບິກໄຊ