ຕອນເຊົ້າວັນທີ 21 ມີນາ 2025 ທີ່ຫ້ອງການສະມາຄົມຂົນສົ່ງໂດຍສານຕັກຊີນະຄອນຫລວງວຽງຈັນ ໄດ້ຈັດງານບາສີສູ່ຂວັນ, ງານລ້ຽງຕອນຮັບປີໃຫມ່ລາວ 2025 ແລະ ສະຫລຸບຜົນງານຂອງປີ 2024 ຜ່ານມາ, ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຖະຫນອມ ພິລາວັນ ປະທານສະມາຄົມລົດໂດຍສານຕັກຊີນະຄອນຫລວງວຽງຈັນ ພ້ອມດ້ວຍສະມາຊິກ ຂອງສະມາຄົມເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ບຸນຖະຫນອມ ພິລາວັນ ໄດ້ສະຫຼຸບຜົນງານຂອງສະມາຄົມລົດໂດຍສານຕັກຊີ ໃນປີ 2024 ທີ່ຜ່ານມາວ່າ ທາງສະມາຄົມໄດ້ເຄື່ອນໄຫວຄຸ້ມຄອງ ແລະ ກວດກາສະມາຊິກໃຫ້ປະກອບເອກະສານກ່ຽວກັບການຂົນສົ່ງ ແລະ ເສຍພັນທະອາກອນເຂົ້າລັດຢ່າງເປັນປົກກະຕິ. ການຂົນສົ່ງໂດຍສານສ່ວນຫລາຍແມ່ນບໍລິການເຂົ້າພາຍໃນຕົວເມືອງເປັນຫຼັກ, ພ້ອມກັບການບໍລິການອອກຕ່າງແຂວງຈຳນວນໜຶ່ງ. ປັດຈຸບັນ, ສະມາຄົມມີພາຫະນະຂົນສົ່ງທັງໝົດ 289 ຄັນ, ພ້ອມດ້ວຍຈຸດບໍລິການທັງໝົດ 6 ຈຸດຄື:
1. ສະໜາມບິນສາກົນວັດໄຕ
2. ດ່ານສາກົນຂົວມິດຕະພາບລາວ-ໄທ
3. ສະຖານີລົດເມສາຍເໜືອ
4. ສະຖານີລົດໄຟລາວ-ຈີນ
5. ສະຖານີສາຍໄຕ້
6. ຄິວສະຖານີລົດໄຟລາວ-ໄທຄຳສະຫວາດ
ນອກຈາກນີ້, ສະມາຄົມຍັງໄດ້ຮ່ວມມືກັບ ບໍລິສັດ ອໍຊີ – ແທັກຊີພັດທະນາເຕັກໂນໂລຢີ ຈຳກັດຜູ້ດຽວ ໃນການພັດທະນາ ແລະ ນຳໃຊ້ແທັກຊີ ແອັບ (ອໍຊີ) ເພື່ອຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ສາມາດແຂ່ງຂັນກັບພາກສ່ວນອື່ນໄດ້. ຜ່ານມາ, ສະມາຄົມຍັງໄດ້ຊ່ວຍເຫຼືອທາງດ້ານສະຫວັດດີການສັງຄົມໃຫ້ແກ່ສະມາຊິກທີ່ປະສົບຄວາມຫຍຸ້ງຍາກດ້ານເສດຖະກິດ, ການເຈັບປ່ວຍ, ແລະ ການເສຍຊີວິດ ຕາມລະບຽບການຂອງສະມາຄົມ.
ແຜນການໃນປີ 2025, ສະມາຄົມຈະສືບຕໍ່ສົມທົບກັບໜ່ວຍງານກວດກາການຂົນສົ່ງຂອງພະແນກ ຍທຂ ເພື່ອເສີມຂະຫຍາຍການຄຸ້ມຄອງ ແລະ ແກ້ໄຂບັນດາລົດທີ່ເຄື່ອນໄຫວຜິດກົດໝາຍ ໃຫ້ເຂົ້າສູ່ຄວາມເປັນລະບົບລະບຽບຢ່າງຖືກຕ້ອງ.







