ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະມາຄົມມິດຕະພາບ ລາວ-ເກົາຫຼີ ມອບເຄື່ອງຊ່ວຍ ເຫລືອໃຫ້ຫ້ອງການສາທາລະນະສຸກ ເມືອງສັງທອງ, ນະຄອນຫຼວງວຽງຈັນ ໃນວັນທີ 26 ມັງກອນ 2023.
ກ່າວມອບໂດຍທ່ານ ດາວວອນ ພະຈັນທະວົງ, ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຮອງປະທານສະມາ ຄົມມິດຕະພາບ ລາວ-ສເກົາຫຼີ ແລະ ກ່າວຮັບໂດຍທ່ານ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສັງທອງ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ຊີແລັງເຂັມສັກຢາ 17 ແກັດ, ຢາປົວຄວາມດັນເລືອດສູງ 4 ແກັດ, ສະເປດັບກີ່ນ 3 ແກັດ ແລະ ຜ້າອັດປາກ-ດັງ 3 ແກັດ, ລວມທັງໝົດ 27 ແກັດ, ມູນຄ່າ 17,843 ໂດລາສາຫະລັດ.