ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ

Jan 17, 2025

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ
****
ພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຂື້ນໃນວັນທີ 17 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ບໍລິສັດລັດວິສາຫະກິດ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຈັນສອນ ສີວິໄລ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ. ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ. ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ.ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ: ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 11 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ຈົ່ງພ້ອມກັນເປັນເຈົ້າການພັດທະນາຕົນເອງໃຫ້ເປັນແບບຢ່າງນໍາໜ້າທີ່ດີທຸກດ້ານ ສົມເປັນນາຍທະຫານຂອງກອງທັບປະຊາຊົນລາວ ຢ່າງສົມກຽດ ແລະ ການເລື່ອນຊັ້ນຂອງນາຍທະຫານ ເປັນການສັນລະເສີນຜົນງານຄຸນງາມຄວາມດີຂອງນາຍ ທະຫານແຕ່ລະສະຫາຍ ທີ່ໄດ້ສຸມສະຕິປັນຍາຄວາມຮູ້-ຄວາມສາມາດ, ເຫື່ອແຮງຂອງຕົນ ເຂົ້າໃນການຊີ້ ນໍາ-ນໍາພາ-ບັນຊາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ເປັນການມອບໝາຍໜ້າທີ່ ຄວາມຮັບຜິດຊອບອັນໜັກໜ່ວງ ແຕ່ມີກຽດສະຫງ່າງາມໃຫ້ແຕ່ລະສະຫາຍຂຶ້ນຕື່ມ ສະນັ້ນ, ຕ້ອງເປັນ ເຈົ້າການປະກອບສ່ວນເຂົ້າໃນການເສີມຂະຫຍາຍບົດບາດການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກຕໍ່ກໍາລັງປະກອບອາວຸດ ໃຫ້ເລິກເຊິ່ງເຖິງຖອງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ໃນການເຄື່ອນໄຫວວຽກງານ, ມີລະບຽບແບບແຜນວິທະຍາສາດ ແລະ ທັນສະໄໝ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິ ປັນຍາ ແລະ ຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.
ໂດຍ: ບິກໄຊ