ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ຂອງວັນທີ 9 ກັນຍາ 2022 ຢູ່ທີ່ແຂວງເຫງະອານ, ສສ ຫວຽດນາມ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ແລະ ກອງປະຊຸມສຳມະນາແລກປ່ຽນບົດຮຽນດ້ານວິຊາການ ກັບຫ້ອງວ່າການລັດຖະບານ ຫວຽດນາມ ທີ່ນຳພາໂດຍສະຫາຍ ເຈິນ ວັນ ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ.
ໃນໂອກາດພົບປະກັນ, ທັງສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງປະເທດຕົນ ໃຫ້ກັນຊາບ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດການຮ່ວມມື ຂອງສອງລັດຖະບານ ລາວ-ຫວຽດນາມ ແລະ ຫວຽດ ນາມ-ລາວ ລວມທັງ ຢືນຢັນຮ່ວມກັນວ່າ ຈະສືບຕໍ່ຊຸກຍູ້, ກວດກາ, ຕີລາຄາຄືນ ການປະຕິບັດກິດຈະກໍາອື່ນໆ ໃນຂອບໂຄງການຮ່ວມມືຂອງສອງລັດຖະບານ ໂດຍສະເພາະ ການແກ້ໄຂບັນດາຈຸດທີ່ຍັງຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ເພື່ອເຮັດບັນດາໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນສາມາດມອບ-ຮັບໂຄງການ ຕາມທີ່ລັດຖະບານສອງປະເທດ ໄດ້ຕົກລົງຮ່ວມກັນ ໃນກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວິພາຄີ; ສອງຝ່າຍ ເຫັນດີເປັນເອກະພາບ ເພື່ອປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ຂອງທ່ານນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນທ້າຍປີນີ້ ແລະ ໃນຕອນທ້າຍພິທີພົບປະ ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ເຊື້ອເຊີນ ສະຫາຍ ເຈິນ ວັນ ເຊີນ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ຄະນະຜູ້ແທນ ຫສນຍ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນບົດຮຽນ ກັບ ຫລບ ຫວຽດນາມ ເຊິ່ງຝ່າຍຫວຽດນາມໄດ້ລົງເລິກ ບັນດາຫົວຂໍ້ທີ່ຕິດພັນກັບວຽກງານເສນາທິການ, ສັງລວມ ແລະ ບໍລິການຮັບໃຊ້ລັດຖະບານ ກໍ່ຄື ທ່ານນາຍົກລັດຖະມົນຕີ ເປັນຕົ້ນ: ໃນກົນໄກການເຮັດວຽກຂອງລັດຖະບານຫວຽດນາມ ໄລຍະປີ 2021-2026 ໂດຍສະເພາະບາງຈຸດທີ່ໄດ້ປັບປຸງໃໝ່; ບົດບາດຂອງ ຫລບ ຫວຽດນາມ ໃນການຕິດຕາມ, ກວດກາ ບັນດາໂຄງການ, ແຜນການກົດໝາຍ ຂອງລັດຖະບານ; ຜົນສໍາເລັດໃນການປັບປຸງການບໍລິຫານລັດ, ປັບປຸງສະພາບແວດລ້ອມ ແລະ ຍົກສູງຄວາມສາມາດການແຂ່ງຂັນ ຂອງຫວຽດນາມ ໃນປະຈຸບັນ; ບົດບາດຂອງ ຫລບ ຫວຽດນາມ ໃນການເປັນເສນາທິການ, ສັງລວມຊ່ວຍລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຈາກ ຫສນຍ ລາວ ກໍ່ໄດ້ມີຄຳຖາມເຈາະຈີ້ມຕື່ມ ໂດຍສະເພາະກ່ຽວກັບການຍົກສູງບົດບາດ ແລະ ຄວາມສາມາດຂອງຫ້ອງວ່າການ ໃນການເປັນເສນາທິການ ໃຫ້ແກ່ທ່ານ ນາຍົກລັດຖະມົນຕີ ກໍ່ຄືລັດຖະບານ.
ນອກຈາກການພົບປະສອງຝ່າຍ ແລະ ການແລກປ່ຽນບົດຮຽນດ້ານວິຊາການແລ້ວ, ສອງຫ້ອງວ່າການ ຍັງໄດ້ໄປຢ້ຽມຢາມ, ວາງພວງມາລາ ແລະ ປູກຕົ້ນດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດຂອງລາວ ຢູ່ສະຖານທີ່ປະຫວັດສາດ ນາມດ່ານ ເຊິ່ງເປັນບ້ານເກີດເມືອງນອນ ຂອງປະທານ ໂຮ່ຈິມີນ. ພ້ອມກັນນັ້ນ ກໍໄດ້ແຂ່ງຂັນກິລາມິດຕະພາບ ແລະ ແລກປ່ຽນດ້ານສິລະປະ ກັບ ຫລບ ຫວຽດນາມ ແລະ ແຂວງເຫງະອານ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ຟົດຟື້ນມ່ວນຊື່ນ.
ຂ່າວ; ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
May be an image of 8 people
May be an image of 18 people and people standing