ຫ້ອງວາການແຂວງຫຼວງນ້ຳທາ ໄດ້ມອບເຄື່ອງໃຊ້ຄົວເຮືອນໃຫ້ຫ້ອງວ່າການເມືອງວຽງພູຄາ ໃນວັນທີ 18 ກຸມພານີ້ ທີ່ເດີນຫ້ອງວ່າການເມືອງວຽງພູຄາ.
ເຄື່ອງທີນຳມາມອບໃນຄັ້ງນີ້ແມ່ນເຄື່ອງທີໄດ້ຈາກຫຼາຍພາກສ່ວນອຸປະຖຳປະກອນສ່ວນຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ ທີຖືກຮັບຜົນກະທົບໄພພິບັດນ້ຳຖ້ວມ ແຂວງຫຼວງນ້ຳທາໃນ 2024 ຜ່ານມາ.
ດັ່ງນັ້ນ, ຫ້ອງວ່າການແຂວງ ຄະນະຮັບຜິດຊອບຂັ້ນແຂວງຈຶ່ງແບ່ງປັນແຈກຢາຍໃຫ້ບັນດາເມືອງ ເພື່ອນຳໄປແຈກຢາຍໃຫ້ກຸ້ມເປົ່າໝາຍທີທຸກຍາກຂາດເຂີນບໍ່ວ່າຈະເປັນປະຊົນທີດອຍໂອກາດ ຫຼື ບັນດາໂຮງຮຽນທີ່ມີນັກຮຽນກິນນອນ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ລວມມີ 9 ລາຍການໃຫຍ່ ໃນນັ້ນ ມີເຄື່ອງໃຊ້ຄົວເຮືອນແກັດໃຫຍ່ ແລະ ແກັດນ້ອຍ 37 ແກັດ, ຜ້າເສືອທອນ ຜື່ນກາງຈຳນວນ 20 ຜືນ, ໝໍ້ຫຸ່ງເຂົ້າ 20 ໜ່ວຍ, ເສືອຍຶດ 167 ຜືນ, ຜ້າປູລາຍ 54 ຜືນ, ໝອນອີງ 15 ໜ່ວຍ, ຖັງເກັບນ້ຳຂະໜາດ 1000 ລິດ ຈຳນວນ 8 ຖັງ
ກ່າວມອບຂອງທ່ານ ບຸນຊະນະ ແກ້ວວັງລາດ ຮອງຫົວໜ້າຫ້ອງວ່າການແຂວງ ແລະ ກ່າວຮັບໂດຍທ່ານ ບຸນຊົງ ວາໄຊຢີ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງວຽງພູຄາ
ພາບ-ຂາວ: ພອນມະນີ



