ໃນວັນທີ 7 ກຸມພາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ ອັດຕະປື ຫ້ອງວ່າການປົກຄອງແຂວງ ໄດ້ຈັດໃຫ້ມີ 2 ວາລະໃນກອງປະຊຸມດຽວກັນ ຄື: ວາລະທີ 1 ແມ່ນສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025; ວາລະທີ 2 ແມ່ນປະກາດຍົກຍ້າຍ, ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງໃນຫ້ອງວ່າການ ແລະ ໃນອົງການກາແດງແຂວງ, ກອງປະຊຸມສຳຄັນຄັ້ງນີ້ ເປັນປະທານໂດຍ ທ່ານ ພົທ ວັນທອງ ກອງມະນີ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາທ່ານໃນຄະນະພະແນກການ, ກົມກອງ, ຄະນະນຳກ່ຽວຂ້ອງ ແລະ ຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານໃນຫ້ອງວ່າການປົກຄອງແຂວງເຂົ້າຮ່ວມ.
ວາລະທີ 1: ລາຍງານຕີລາຄືນສະພາບການຈັດຕັ້ງປະຕິບັດວຽກງານ ຕະຫຼອດໄລຍະ 1 ປີ 2024 ຜ່ານມາ ສະເໜີໂດຍ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ ເຊິ່ງຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມທັງປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການປີ 2025 ຢ່າງມີເນື້ອໃນຖົບຖ້ວນ ແລະ ສົມບູນ, ພ້ອມດຽວກັນ ກອງປະຊຸມຍັງໄດ້ມີການປະກາດມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງທີ່ມີຜົນງານດີເດັ່ນຈຳນວນໜຶ່ງ.
ວາລະທີ 2: ຜ່ານຂໍ້ຕົກລົງຈາກພະແນກພາຍໃນແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ຮັບອຸດໜູນບຳນານ ຄື ປະກາດອະນຸມັດໃຫ້ ທ່ານ ວິສິດ ບຸດດາວົງ ຮອງຂະແໜງອະນຸສອນສະຖານ ປະທານ ໄກສອນພົມວິຫານ ທີ່ສັງກັດຢູ່ຫ້ອງວ່າການແຂວງ ເຂົ້າຮັບອຸດໜູນບຳນານເລີ່ມແຕ່ ວັນທີ 1 ມັງກອນ 2025 ເປັນຕົ້ນຳໄປ; ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງລັດຂອງຫ້ອງວ່າການແຂວງໃຫ້ມີ 4 ຂະແໜງ ຄື: 1. ຂະແໜງ ບໍລິຫານ, ຈັດຕັ້ງ ແລະ ກວດກາ; 2. ຂະແໜງ ຄົ້ນຄວ້າສັງລວມ; 3. ຂະແໜງ ກໍ່ສ້າງຮາກຖານການເມືອງ; 4. ຂະແໜງ ອະນຸສອນສະຖານ; ຂໍ້ຕົກລົງຈາກຄະນະຈັດຕັ້ງແຂວງ ປະກອບມີ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ ພັກຜ່ອນເພື່ອລໍຖ້າຮັບອຸດໜູນບຳນານ ຄື ໄດ້ອະນຸມັດໃຫ້ ທ່ານ ລັດສະໝີ ວັນໄຊ ຮອງຫົວໜ້າຫ້ອງວ່າການແຂວງ ອອກພັກຜ່ອນເພື່ອລໍຖ້າຮັບອຸດໜູນບຳນານ, ຂໍ້ຕົກລົງວ່າດ້ວຍການອະນຸມັດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ໄດ້ຍົກຍ້າຍ ທ່ານ ນາງ ບັນໃດ ໄຊຍະສິດ ຮອງຫົວໜ້າຫ້ອງວ່າການແຂວງໄປຮັບໜ້າທີ່ໃໝ່ຢູ່ອົງການກາແດງ ພ້ອມແຕ່ງຕັ້ງ ເປັນຮອງຫົວໜ້າອົງການກາແດງແຂວງ, ແຕ່ງຕັ້ງ ທ່ານ ທອງສະຫວັດ ກຸນລາວົງ ຫົວໜ້າຂະແໜງຈັດຕັ້ງ ແລະ ກວດກາ ຂຶ້ນເປັນຮອງຫົວໜ້າຫ້ອງວ່າການແຂວງ, ແຕ່ງຕັ້ງ ທ່ານ ສຸລິເດດ ຄຳມະວົງ ເລຂາທ່ານເຈົ້າແຂວງ ເປັນຮອງຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍ ທ່ານ ໄຊພອນ ໄຊສະຫວ່າງ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງພູວົງ ມາຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງວ່າການແຂວງ.
ຕອນທ້າຍ ຍັງໄດ້ຮັບການໂອ້ລົມຈາກ ທ່ານ ພົທ ວັນທອງ ກອງມະນີ ເລຂາພັກແຂວງ ເຈົ້າແຂວງອັດຕະປື ເຊິ່ງໄດ້ຊຸກຍູ້ໃຫ້ຄະນະພັກ, ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ກໍຄື ຜົນງານດ້ານດີໃຫ້ຕັ້ງໜ້າ, ສືບຕໍ່ປັບປຸງເເບບເເຜນວິທີເຮັດວຽກ, ພ້ອມກັນຈັດຕັ້ງປະຕິບັດທິດທາງແຜນການປີ 2025 ໃຫ້ບັນລຸຕາມເປົ້າໝາຍ, ນຳເອົາແນວທາງນະໂຍບາຍຂອງພັກ- ລະບຽບກົດໝາຍຂອງລັດ ໄປຈັດຕັ້ງຜັນຂະຫຍາຍຕໍ່ວຽກງານວິຊາສະເພາະ ໃຫ້ປະກົດຜົນເປັນຈິງສູງຂຶ້ນກວ່າເກົ່າ.
ໂດຍ: ສາຍນ້ຳເຊກອງ





