ຫ້ອງຮຽນຂົງຈື ວິທະຍຸກະຈາຍສຽງແຫ່ງຊາດລາວ ຫຼື ວສລ ສໍາເລັດການຈັດຊຸດຝຶກອົບຮົມຍົກລະດັບເຕັກນິກການຜະລິດຂ່າວ ໃນວັນທີ 25 ກຸມພາ 2026 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ. ມີທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ຫົວໜ້າຫ້ອງຮຽນຂົງຈື ວສລ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນຈາກຫ້ອງຮຽນຂົງຈື 5 ແຫ່ງ ເຂົ້າຮ່ວມ.

ໄລຍະ 3 ວັນຂອງການອົບຮົມ, ສໍາມະນາກອນໄດ້ຮຽນຮູ້ດ້ານທິດສະດີກ່ຽວກັບການເຈາະຈີ້ມເນື້ອໃນຂ່າວ, ການຂຽນຂ່າວ, ລັກສະນະຂອງຂ່າວທີ່ມີເນື້ອໃນຄົບຖ້ວນ, ສັ້ນກະທັດຮັດ, ວ່ອງໄວທັນເຫດການ, ການຫຍໍ້ເນື້ອໃນຂ່າວ, ການພາດຫົວຂໍ້ຂ່າວ, ເຕັກນິກການສໍາພາດ ແລະ ການຕັດຕໍ່ສຽງ.
ໃນໂອກາດນີ້, ທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ຫົວໜ້າຫ້ອງຮຽນຂົງຈື ວສລ ມີຄໍາເຫັນວ່າ: ຊຸດຝຶກອົບຮົມຄັ້ງນີ້ ມີຄວາມສໍາຄັນຫຼາຍສໍາລັບນັກຂ່າວ ຊຶ່ງເປັນຜູ້ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຮັບຮູ້ຢ່າງວ່ອງໄວ ແລະ ທັນການ, ຮັບປະກັນຄຸນນະພາບດ້ານເນື້ອໃນ, ມີຄວາມຖືກຕ້ອງ ແລະ ຊັດເຈນ ແນໃສ່ດຶງດູດຜູ້ບໍລິໂພກໃຫ້ຫັນມາຮັບຟັງວິທະຍຸຫຼາຍຂຶ້ນ.

ທ່ານ ວຽງວັດທະນາ ຊະນະພານ ເນັ້ນໜັກຕື່ມວ່າ: ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ, ສໍາມະນາກອນຈະຕ້ອງໄດ້ຮຽນຮູ້ປະສົບການອັນໃໝ່ ເພື່ອໃຫ້ທັນຍຸກທັນສະໄໝປັດຈຸບັນ ຊຶ່ງເປັນຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ, ຍຸກແຫ່ງປັນຍາປະດິດ ຫຼື AI, ສໍາມະນາກອນທຸກຄົນເມື່ອຮຽນຮູ້ແລ້ວ ໃຫ້ພ້ອມກັນສືບຕໍ່ຮໍ່າຮຽນເອົາຄວາມຮູ້ໃໝ່ໄປເລື້ອຍໆ ເພື່ອຫາໂອກາດຍາດແຍ່ງເກັບກໍາເອົາຄວາມຮູ້ຈາກຜູ້ມີປະສົບການ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ດີຂຶ້ນກວ່າເກົ່າ.
ພາບ-ຂ່າວ: ອ່ອນຄໍາ


