ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດ ໝາຍ 11 ລາຍການ

ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ ເຊິ່ງປະກອບມີ: ຜະລິດຕະພັນນົມ ແລະ ອາຫານເສີມ OVISURE GOLD, Dlgo sure, Zextra Sure, Via Sure, Canxi Hevisure gold, GluOats, Gluzextra Gold, HIUP COMPLETE, Sica sure canxi wemee, Pro up, Hevifood Body fit ເຊິ່ງຜະລິດຕະພັນດັ່ງກ່າວ, ແມ່ນມີການກ່າວອ້າງ ແລະ ໂຄສະນາ ສັບພະຄຸນເກີນຄວາມຈິງ, ບໍ່ໄດ້ຂຶ້ນທະບຽນ, ບໍ່ໄດ້ຮັບອະນຸຍາດນໍາເຂົ້າ ແລະ ບໍ່ໄດ້ຮັບອະນຸ ຍາດໂຄສະນາ ຈາກກົມອາຫານ ແລະ ຢາ.
ດັ່ງນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທຸກພາກສ່ວນ ຫ້າມບໍລິໂພກ ແລະ ຈຳໜ່າຍຜະລິດຕະພັນດັ່ງກ່າວ, ຖ້າຫາກເຈົ້າ ໜ້າທີ່ອາຫານ ແລະ ຢາ ກວດພົບເຫັນຜະລິດຕະພັນດັ່ງກ່າວ ແມ່ນຈະໄດ້ອາຍັດ, ຢຶດ ແລະ ຖືກປະຕິບັດມາດຕະການຕາມກົດ ໝາຍວ່າດ້ວຍອາຫານ.
ເພື່ອສືບຕໍ່ຕິດຕາມ ກວດກາສະພາບການຈໍລະຈອນຜະລິດ ຕະພັນດັ່ງກ່າວ, ກົມອາຫານ ແລະ ຢາ ສະເໜີໃຫ້ພະແນກສາທາ ລະນະສຸກແຂວງ, ນະຄອນຫລວງ ຊີ້ນຳຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫລວງ ຕິດຕາມກວດກາຢູ່ດ່ານນໍາເຂົ້າ ແລະ ໃນທ້ອງຕະຫລາດໃຫ້ທົ່ວເຖິງ, ເຂັ້ມງວດ ແລະ ລາຍງານມາຍັງກົມອາຫານ ແລະ ຢາ ເພື່ອຊາບ ແລະ ຊອກວິທີທາງແກ້ໄຂ.


