ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫໍສະໜຸດແຫ່ງຊາດ ຮ່ວມກັບ ອາສາສະໜັກສິງກະໂປ ຈັດກິດຈະກໍາສົ່ງເສີມການອ່ານພາຍໃຕ້ຫົວຂໍ້ : ອ່ານດັງໆກັບຫໍສະໜຸດແຫ່ງຊາດ.

Sep 17, 2025

ເມື່ອບໍ່ດົນມານີ້ ຫໍສະໜຸດແຫ່ງຊາດ ຮ່ວມກັບ ອາສາສະໜັກສິງກະໂປ ຈັດກິດຈະກໍາສົ່ງເສີມ ການອ່ານພາຍໃຕ້ຫົວຂໍ້ : ອ່ານດັງໆກັບຫໍສະໜຸດແຫ່ງຊາດ. ມີທ່ານ ສໍາລານ ຫລວງອະໄພ ຜູ້ອໍານວຍການຫໍສະໜຸດແຫ່ງຊາດ , ທ່ານ ໂຢເອະດູ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ, Mr. Yong Chanthalangsy ancien Ambassadeur du Laos en Suisse et en France ,ພະນັກງານສະຖານທູດ ແລະ ແຂກຮັບເຊີນເຂົ້າຮ່ວມ.
ທ່ານ ສໍາລານ ຫລວງອາໄພ ໃຫ້ຮູ້ວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອໂຄສະນາບົດບາດຂອງຫໍສະໜຸດແຫ່ງຊາດເປັນສູນແຫ່ງການຮຽນຮູ້, ສົ່ງເສີມແນວຄວາມຄິດຂອງເພື່ອນຮ່ວມງານຫ້ອງສະໜຸດ,ສ້າງຄວາມເຂົ້າໃຈ ແລະ ປູກຈິດສຳນຶກູວາມຮັບຮູ້ກ່ຽວກັບວຽກຫ້ອງສະໜຸດໃຫ້ຄົນລາວເຮົາທີ່ມັກຮັກການອ່ານ ແລະ ສ້າງວັດທະນະທຳການອ່ານ ແຕ່ຍັງໜຸ່ມນ້ອຍໂດຍຜ່ານການຮຽນຮູ້ຢູ່ໃນຫໍສະໜຸດເວົ້າລວມ, ເວັ້າສະເພາະ ຢູ່ໃນນະຄອນຫລວງວຽງຈັນ ຮັບຮູ້ ແລະ ຮູ້ຈັກຫໍສະ ໜຸດແຫ່ງຊາດ ລວມທັງການເຂົ້າມາໃຊ້ບໍລິການຫໍສະໜຸດໃຫ້ຫຼາຍຂື້ນໃນຕໍ່ໜ້າ, ສ້າງໃຫ້ສັງຄົມມີສ່ວນຮ່ວມໃນການສະໜັບສະໜູນຊ່ວຍເຫລືອ ແລະ ມີເພື່ອຮ່ວມງານທີ່ເປັນອາສາສະໜັກທັງຄົນລາວ ແລະ ຕ່າງປະເທດໃຫ້ຫລາຍ ,ຜ່ານມາຫໍສະໜຸດແຫ່ງຊາດເຄີຍຈັດກິດຈະກຳ ແລະ ມີການຮ່ວມມືກັບອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອການພັດທະນາວຽກງານຫໍສະໜຸດໃນລາວເປັນຕົ້ນ: ຈີນ, ຫວຽດນາມ, ຍີ່ປຸ່ນ, ເກົາຫລີ, ເຢຍລະມັນ, ໄທ, ອາມເລິກາ, ມູນນິທິເອຊຍ, SVA, ALC ແລະ ອົງການອຸຍນິເຊັບ.
ການຈັດງານຄັ້ງນີ້ ແມ່ນມີຫລາຍກິດຈະກໍາ ເຊັ່ນ: ການ ອ່ານພາສາລາວ, ອ່ານພາສາອັງກິດ , ຖາມ-ຕອບ, ຫຼິ້ນເກມ, ການຮັບສະໝັກເປັນສະມາຊິກຫໍສະໝຸດຊາດ, ທ່ຽວຊົມຫໍສະໝຸດແຫ່ງຊາດ, ການວາງສະແດງຮູບແຕ້ມສີລະປະ. ເປັນການສົ່ງເສີມ ແລະ ແລກປ່ຽນວັດທະນະທໍາການອ່ານກັບຕ່າງປະເທດໂດຍສະເພາະກັບສິງກະໂປ ຊຶ່ງເປັນປະເທດທີ່ມີການພັດທະນາການສຶກສາດີຢູ່ອາຊຽນກໍ່ຄືໃນໂລກ.
ນອກຈາກນີ້ຍັງມີການສາທິດປຸງແຕ່ງອາຫານພື້ນເມືອງລາວ ແລະ ອາຫານສິງກະໂປ.
ສໍາລັບທຶນທີ່ຈັດງານໃນຄັ້ງນີ້ແມ່ນໄດ້ມາຈາກອາສາສະໜັກຂອງຄົນລາວດ້ວຍກັນທີ່ມັກຮັກໃນວຽກຫໍສະໜຸດ ແລະ ນັກທຸລະກິດຂອງສິງກະໂປທີ່ອາໄສ ແລະ ດຳເນີນທຸລະກິດຢູ່ລາວ ທີ່ມີຈິດໃຈອາສາຊ່ວຍລະດົມທຶນເພື່ອມາຈັດກິດຈະກຳ, ສ່ວນເງິນທີ່ໄດ້ຈາກການບໍລິຈາກຈະໄດ້ນຳໃຊ້ເຂົ້າໃນການສົ່ງເສີມການອ່ານສຳລັບເດັກ, ການບໍລິການ ແລະ ການສ້ອມແປງອຸປະກອນທີ່ຈຳເປັນ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການໃນຫໍສະໜຸດແຫ່ງຊາດຊຶ່ງກິດຈະກຳໃນຄັ້ງນີ້ແມ່ນຈັດຂື້ນເປັນຄັ້ງທຳອິດ ແລະ ຈະຈັດຂື້ນອີກໃນຕໍ່ໜ້າ.
ຂ່າວ-ພາບ : ສົມພາວັນ ມະວົງໄຊ ( ວສລ )