ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອະດີດການນຳຂັ້ນສູງ ປະກອບຄໍາເຫັນຕໍ່່ເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

Feb 18, 2025

ກອງປະຊຸມປະກອບຄຳຄິດຄຳເຫັນ ເນື້ອໃນຮ່າງລາຍງານການ ເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈັດຂຶ້ນໃນວັນທີ 18 ກຸມພາ 2025 ພາຍໃຕ້ການເປັນປະທານ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກໍາມະການເນື້ອໃນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການປະກອບຄຳຄິດຄຳເຫັນຈາກບັນດາສະຫາຍ ອະດີດການນຳ ຂັ້ນສູງພັກ, ລັດ ຜູ້ທີ່ມີປະສົບປະການ ໃນການນຳພາ-ຊີ້ນຳກະກຽມກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະຄັ້ງທີ່ຜ່ານມາ ໂດຍສະເພາະ ຮ່າງລາຍງານການເມືອງ ທີ່ສ່ອງແສງຢ່າງກວມລວມ, ມີລັກສະນະວິທະຍາສາດ ກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກປະ ຊາຊົນປະຕິວັດລາວ.
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຕາງໜ້າໃຫ້ແກ່ອະນຸກຳມະການເນື້ອໃນລາຍງານຫຍໍ້ກ່ຽວກັບໂຄງສ້າງ ແລະ ເນື້ອ ໃນຕົ້ນຕໍຂອງຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງປະກອບດ້ວຍ 11 ຫົວຂໍ້ໃຫຍ່, ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດ ຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການ ຂອງພັກ ໃນແຕ່ລະຂົງເຂດວຽກງານ ໃນຊຸມປີຕໍ່ໜ້າ.
ຈາກນັ້ນ, ບັນດາສະຫາຍເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນຕໍ່ເອກະ ສານດັ່ງກ່າວຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາ ໃນຫລາຍແງ່ມູມ, ຍົກເຫດຍົກຜົນ ເພື່ອໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງ ຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ