ວັນທີ 11 ມິຖຸນາ 2024 ນີ້, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ໄດ້ລົງພົບປະໂອ້ລົມພະນັກງານຫລັກແຫລ່ງ, ນຳພາ-ຄຸ້ມຄອງ ເມືອງໄຊຈຳພອນ ແຂວງບໍລິຄໍາໄຊ.
ທ່ານ ໄກສອນ ຈັນສີນາ ເຈົ້າເມືອງໄຊຈຳພອນ, ຕາງໜ້າໃຫ້ຄະນະບໍລິຫານງານພັກເມືອງ ໄດ້ລາຍງານການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນເມືອງ ໄລຍະຜ່ານມາ ໂດຍຍົກໃຫ້ເຫັນຫລາຍວຽກງານທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້, ເມືອງໄຊຈໍາພອນ ປະກອບມີ 4 ກຸ່ມບ້ານ, ມີ 17 ບ້ານ, ມີ 1.921 ຄອບຄົວ, ທົ່ວເມືອງມີຄອບຄົວພົ້ນທຸກ 971 ຄອບຄົວເທົ່າ 50,54%, ບໍ່ທັນພົ້ນທຸກ 950 ຄອບຄົວເທົ່າ 49,46%, ຄອບຄົວພັດທະນາ 725 ຄອບຄົວເທົ່າ 37,7%, ມີບ້ານພົ້ນທຸກ 4 ບ້ານເທົ່າ 23,53%, ບ້ານບໍ່ທັນພົ້ນທຸກ 13 ບ້ານເທົ່າ 76,47%, ປະກາດບ້ານສາມັກຄີປອງດອງ ໄດ້ 7 ບ້ານ, ຍັງ 10 ບ້ານ ແລະ ປັດຈຸບັນ ໄດ້ປະເມີນຈໍານວນ 2 ບ້ານ ເພື່ອຮັບຮອງເປັນບ້ານພົ້ນທຸກ, ທົ່ວເມືອງມີໄຟຟ້າໃຊ້ທຸກບ້ານ, ມີລະບົບນ້ຳລິນ ແລະ ນໍ້າປະປາ, ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນເຮັດອາຊີບກະສິກໍາເປັນຕົ້ນ ເຮັດນາ, ເຮັດໄຮ່ ແລະ ລ້ຽງສັດ.
ໃນໂອກາດນີ້, ທ່ານອະດີດນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຫລາຍດ້ານ ເປັນຕົ້ນ ໃຫ້ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງ ຄະນະບໍລິຫານງານພັກເມືອງ, ພະນັກງານ-ລັດຖະກອນຕະຫລອດຮອດພໍ່ແມ່ປະຊາຊົນບັນາເຜົ່າ, ຊຸກຍູ້ສົ່ງເສີມການປູກບການລ້ຽງໃຫ້ຫລາຍກາຍເປັນສິນຄ້າ, ຄຸ້ມຄອງປົກປັກຮັກສາຊັບພະຍາ ກອນທາງທຳມະຊາດ, ຄົ້ນຄວ້າທ່າແຮງຈຸດພິເສດພູມມີສາດຂອງເມືອງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການລົງທຶນຈາກນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທັງທຶນສົມທົບ ແລະ ທຶນຊ່ວຍເຫລືອລ້າຈາກສາກົນ ເພື່ອພັດທະ ນາເມືອງ ໃຫ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້.
ທ່ານອະດີດນາຍົກລັດຖະມົນຕີ ຍັງໄດ້ນຳເອົາຄອມພິວເຕີໂນດບຸກ 5 ເຄື່ອງມາມອບໃຫ້ອົງການປົກຄອງເມືອງ ເພື່ອນຳໃຊ້ເຂົ້າໃວຽກງານ ແລະ ໄດ້ນຳເອົາເຄື່ອງນຸ່ງຫົ່ມ 2 ເປົາໃຫຍ່, ພ້ອມອຸປະກອນການສຶກສາຈໍານວນໜຶ່ງ ແລະ ສັງກະສີ 3.000 ແຜ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານຕື່ມອີກ.
ຂ່າວ-ພາບ: ສາຍສະໝອນ




