ທ່ານ ອາລຸນ ລໍຄໍາໂຫຼຍ ອະດີດຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີວ່າ: ວັນຊາດທີ 2 ທັນວາ 1975 ເປັນວັນທີ່ປະເທດຊາດລາວຂອງພວກເຮົາ ໄດ້ຮັບການປົດປ່ອຍ ແລະ ຍຶດອໍານາດຄວາມເປັນເອກະລາດມາມືຂອງປະຊາຊົນຢ່າງສົມບູນ, ປະກາດສ້າງປະເທດລາວ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຮັດໃຫ້ຊື່ສຽງຮຽງນາມຂອງ ສປປ ລາວ ເປັນທີ່ຮູ້ຈັກຂອງສາກົນ ແລະ ບັນດາປະເທດຢູ່ໃນໂລກຢ່າງກວ້າງຂວາງ. ທັງໜົດດັ່ງກ່າວ ແມ່ນພາຍໃຕ້ການຊີ້ນຳ ນຳພາອັນສະຫຼາດສ່ອງໃສ ແລະ ຄວາມປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວຕະຫຼອດມາ. ເວົ້າສະເພາະຢູ່ແຂວງຫຼວງນໍ້າທາຂອງພວກເຮົາ ພາຍໃຕ້ການຊີ້ນຳນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ ຊີ້ນຳການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ, ສາມາດເຮັດໃຫ້ແຂວງ ຫຼວງນໍ້າທາ ມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ໄດ້ເຕີບໃຫ່ຍເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ດ້ານເສດຖະກິດ ໄດ້ຮັບການເອົາໃຈໃສ່ ໃນການກໍ່ສ້າງພື້ນຖານໂຄງລ່າງ ຖະໜົນຫົນທາງ ເຮືອນຊານບ້ານຊ່ອງ, ສຳນັກ
ງານຫ້ອງການ, ຊົນລະປະທານ ເຮັດໃຫ້ການຜະລິດກະສິກຳຂະຫຍາຍຕົວ, ດ້ານການສຶກສາ, ສາທາລະນະສຸກ ແລະ ສະຫວັດດີການສັງຄົມ ໄດ້ຮັບການບໍລິການເຂົ້າເຖິງທຸກທ້ອງຖິ່ນ ຂອງບັນດາບ້ານ, ເຂດຫ່າງໄກຊອກຫຼີກ ເຮັດໃຫ້ປະ
ຊາຊົນ ມີຄວາມເຊື່ອໝັ້ນຕໍ່ລະບອບໃໝ່ໃນການຊີ້ນຳໆພາຂອງພັກ – ລັດ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໄດ້ເປັນຢ່າງດີ.ເວົ້າລວມແລ້ວ ພາຍຫຼັງປະເທດຊາດຂອງພວກເຮົາ ໄດ້ຮັບການປົດປ່ອຍ ແລະ ສ້າງຕັ້ງປະເທດລາວເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວມານີ້ເມື່ອທຽບໃສ່ລະບອບເກົ່າ ແມ່ນແຕກຕ່າງກັນປານຟ້າກັບດິນ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດໄດ້ປີ້ນດຳມາເປັນຂາວທີ່ສະຫວ່າງສະໄຫວຢ່າງແທ້ຈິງ.
ພາບ : ບຸນຈັນ


