ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ເຄື່ອນໄຫວຕິດຕາມ, ຊຸກຍູ້ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ແຂວງ ຄໍາມ່ວນ

Feb 13, 2026

ລະຫວ່າງວັນທີ 10-11 ກຸມພາ 2026, ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ແຂວງຄໍາມ່ວນ ນໍາໂດຍ ທ່ານ ວິລະພັນ ສິລິທໍາ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດສະພາແຫ່ງຊາດ, ກໍາມະການອະນຸໂຄສະນາ ແລະ ປຸກລະດົມຂະບວນການ ພ້ອມດ້ວຍຄະນະ, ມີຮອງຫົວໜ້າກຳມະການອານຸໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ແລະ ຜູ້ຊ່ວຍວຽກບັ້ນເລືອກຕັ້ງດັ່ງກ່າວເຂົ້າຮ່ວມ.
May be an image of dais and text
ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ, ຮອງຫົວໜ້າອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການຂັ້ນແຂວງ ໄດ້ລາຍງານການກະກຽມຄວາມພ້ອມຮອບດ້ານບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໄດ້ຈັດຕັ້ງປະຕິບັດຕາມແຜນດຳເນີນງານໃນ 4 ບາດກ້າວ. ຈາກນັ້ນ, ທ່ານ ວິລະພັນ ສິລິທຳ ໄດ້ມີຄຳເຫັນຕໍ່ບັ້ນເລືອກຕັ້ງຊຸດນີ້ ຊຶ່ງມີຄວາມໝາຍສຳຄັນຫຼາຍ ຖືວ່າເປັນປາງບຸນໃຫຍ່ທີ່ສໍາຄັນຂອງຊາດ, ສະນັ້ນ, ເພື່ອປຸກລະດົມໂຄສະນາໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ, ມີສະຕິຕື່ນຕົວສູງໃນການໃຊ້ສິດໃຊ້ສຽງຂອງຕົນຢ່າງເຕັມສ່ວນ ເລືອກເອົາຜູ້ແທນ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີມາດຖານເງື່ອນໄຂຄົບຖ້ວນກວ່າໝູ່ເຂົ້າໄປເຮັດວຽກໃນສະພາ, ເພື່ອຄົ້ນຄວ້າພິຈາລະນາແກ້ໄຂບັນຫາຕ່າງໆ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ບັ້ນເລືອກຕັ້ງສໍາເລັດຕາມລະດັບຄາດໝາຍ ບັນລຸໄດ້ 100% ໃນແຕ່ລະດ້ານ ຄື: ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, ນໍາພາວຽກງານເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດຕາມການກໍານົດເວລາ 100%. ຈາກນັ້ນ, ຄະນະຍັງໄດ້ລົງຕິດຕາມ ແລະ ເບິ່ງສະຖານທີ່ປ່ອນບັດເລືອກຕັ້ງຢູ່ເມືອງທ່າແຂກ ແຂວງຄໍາມ່ວນຕື່ມອີກ.
May be an image of dais and text May be an image of dais and text
ວັນທີ 11 ກຸມພາ 2026 ຄະນະໄດ້ເຂົ້າຮ່ວມຕິດຕາມການໂຄສະນາຫາສຽງ ຂອງ ສສຊ ຊຸດທີ 10 ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ສະໝັກຮັບເລືອກຕັ້ງ ນໍ້າເບີ 1, ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ຜູ້ລົງສະໝັກຮັບເລືອກຕັ້ງນໍ້າເບີ 2 ພ້ອມຜູ້ລົງສະໝັກເລືອກຕັ້ງ ສສຊ ຊຸດທີ 10 ທັງໝົດ14 ທ່ານ. ຈາກນັ້ນ, ຄະນະໄດ້ສືບຕໍ່ຕິດຕາມ ແລະ ພົບປະແລກປ່ຽນກັບຄະນະຮັບຮັບຊອບບັ້ນເລືອກຕັ້ງ ຢູ່ເມືອງເຊບັ້ງໄຟ ແລະ ເບິ່ງສະຖານທີ່ບ່ອນບັດຕົວຈິງຢູ່ເມືອງດັ່ງກ່າວ ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະມາເຖິງ ໃນວັນທີ 22 ກຸມພາ 2026 ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.