ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການເລືອກຕັ້ງ ຊຸກຍູ້ວຽກງານຢູ່ແຂວງຜົ້ງສາລີ

Feb 13, 2026

ໃນວັນທີ 12 ກຸມພາ 2026, ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຫົວໜ້າຄະນະຕິດຕາມ, ຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຜົ້ງສາລີ.
ໂອກາດນີ້, ທ່ານ ປອ ວັນໄຊ ສຸກສັນ ຫົວໜ້າອະນຸກໍາມະການໂຄສະນາ ແລະ ປົກລະດົມຂະບວນການ ແຂວງຜົ້ງສາລີ ໄດ້ລາຍງານວ່າ: ພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໃນວັນທີ 16 ທັນວາ 2025 ແລະ ເພຶ່ອເຮັດໃຫ້ການປະກອບສ່ວນຂອງອະນຸກໍາມະການ ຕໍ່ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້ ແລະ ຮັບປະກັນຜົນສໍາເລັດຕາມລະດັບຄາດໝາຍ; ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ໄດ້ຈັດກອງປະຊຸມເພຶ່ອປືກສາຫາລື ແລະ ສ້າງຄວາມເປັນເອກະພາບຕໍ່ໜ້າວຽກຂອງອະນຸກໍາມະການຕາມທີ່ໄດ້ລະບຸຢູ່ໃນມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໂດຍໄດ້ສ້າງແຜນດໍາເນີນງານ ຂອງອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງ, ປັບປຸງແຜນດໍາເນີນງານ, ແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ເພື່ອສະເໜີຕໍ່ອະນຸກໍາມະການເສດຖະກິດ ຄົ້ນຄວ້າ, ພິຈາລະນາ ແລະ ອະນຸມັດແຜນງົບປະມານຕາມແຜນດໍາເນີນງານຂອງອະນຸກໍາມະການ, ປະສານສົມທົບກັບບັນດາເມືອງ ເພື່ອສັງລວມ ບັນດາຈຸດທີ່ຕິດປ້າຍໂຄສະນາ, ຂະໜາດຂອງປ້າຍ, ຈໍານວນປ້າຍ, ຈັດຕັ້ງການຝືກອົບຮົມໂຄສະນາເຜີຍແຜ່ບັນດາເອກະສານທີ່ສໍາຄັນ ກ່ຽວກັບການເລືອກຕັ້ງສະມາຊິກສະພາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ-ເມືອງ, ແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວຕິດຕາມ, ຊຸກຍູ້ການກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາມບາດກ້າວ ທີ່ຄະນະກໍາມະການເລືອກຕັ້ງລະດັບຊາດ ກໍຄື ຂັ້ນແຂວງໄດ້ກໍານົດ, ແຈ້ງການໃຫ້ບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງ ເພຶ່ອປຸກລະດົມທຸກພາກສ່ວນປະກອບສ່ວນຂະບວນການຮອບດ້ານ ເພຶ່ອຂໍ່ານັບຮັບຕ້ອນໃຫ້ແກ່ການປ່ອນບັດເລືອກຕັ້ງ ເຮັດໃຫ້ຂະບວນການປ່ອນບັດເປັນປາງບຸນໃຫຍ່ ແລະ ມີບັນຍາກາດຟົດຟື້ນ.
ຈາກນັ້ນ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການແຂວງຜົ້ງສາລີ. ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງໜ້າ ເພຶ່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ບັນລຸຕາມຈຸດປະສົງ ແລະ ສໍາເລັດໄປຕາມຄາດໝາຍທີ່ວາງໄວ້.