ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອະນຸວົງ-ລຸກງານ ແລກປ່ຽນບົດຮຽນວຽກກໍ່ສ້າງພັກ-ວຽກບໍລິຫານ ແລະ ການພັດທະນາ

Nov 6, 2024

ທ່ານ ຫງວຽນ ວັນ ແມັງ ຮອງປະທານຄະນະກໍາມະການປະຊາຊົນ ເມືອງລຸກງານ ແຂວງບັກຢາງ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກ ປ່ຽນບົດຮຽນ ກັບ ທ່ານ ຮືທໍ່ ເພຍຫລວງ ເລຂາພັກເມືອງ, ເຈົ້າເມືອງອະນຸວົງ ພ້ອມຄະນະ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນຕົວຈິງ ທາງດ້ານວຽກງານກໍ່ສ້າງພັກ, ວຽກງານບໍລິຫານ ແລະ ການພັດທະນາດ້ານອື່ນໆ.
ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບສະ ພາບລວມພາຍໃນເມືອງຂອງຕົນ ເປັນຕົ້ນ ການບໍລິຫານງານຂອງອົງການປົກຄອງເມືອງ, ການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງເມືອງ. ພ້ອມນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນຕົວຈິງ ໃນຫົວ ຂໍ້, ຂັ້ນຕອນ, ວິທີການກໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດກົນໄກການບໍລິການຂອງລັດຜ່ານປະຕູດຽວ; ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ; ການບໍລິການທາງດ້ານການທ່ອງທ່ຽວ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ ແລະ ການເປັນເສນາທິການທີ່ດີ. ທັງນີ້, ກໍເພື່ອເປັນການແກ້ໄຂບັນຫາໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ ແນໃສ່ຮັບປະກັນໃຫ້ວຽກ ງານຂອງອົງການປົກຄອງເມືອງ ມີຄວາມເຂັ້ມແຂງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້, ທັງເປັນການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວໃນຕໍ່ໜ້າ.
ໂອກາດນີ້, ທ່ານ ຫງວຽນ ວັນ ແມັງ ພ້ອມຄະນະ ກໍໄດ້ເຂົ້າພົບປະການນຳແຂວງໄຊສົມບູນ ໂດຍການຕ້ອນຮັບຂອງ ທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ເພື່ອລາຍງານໃຫ້ຊາບກ່ຽວກັບຈຸດປະ ສົງ ການລົງມາເຄື່ອນໄຫວເຮັດວຽກງານຢູ່ເມືອງອະນຸ ວົງ ໃນຄັ້ງນີ້, ກໍເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນຕົວຈິງ ທາງດ້ານວຽກງານກໍ່ສ້າງພັກ, ວຽກງານບໍລິຫານ ແລະ ການພັດທະນາດ້ານອື່ນໆ.
ຂ່າວ: ຮົວຈັ້ງ ດຣາເຊັ້ງ