ໃນໄລຍະ 2 ເດືອນ (ມັງກອນ-ກຸມພາ) ປີ 2024 ຜ່ານມານີ້, ຢູ່ນະຄອນຫລວງວຽງ ຈັນ ມີອັກຄີໄພເກີດຂຶ້ນທັງໝົດ 15 ຄັ້ງ, ໃນນີ້ ໄຟໄໝ້ເຮືອນ 7 ຫລັງ, ໄໝ້ລົດ 1 ຄັນ, ໄໝ້ພັດລົມດູດອາກາດ 2 ຄັ້ງ ແລະ ໄໝ້ປ່າ 5 ຄັ້ງ, ສ້າງຄວາມເສຍຫາຍຫລາຍກວ່າ 1 ຕື້ 106 ລ້ານກີບ ແລະ 3 ໝື່ນໂດລາສະຫະລັດ.
ພັນໂທ ຄຳເພັດ ດາລາວົງ, ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 7 ມີນາ ວ່າ: ອັກຄີໄພທີ່ເກີດຂຶ້ນເມື່ອທຽບໃສ່ໄລຍະດຽວຂອງປີກາຍ ແມ່ນມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະໄຟໄໝ້ປ່າ, ໃນນີ້ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ເມືອງໄຊທານີ ເນື່ອງຈາກມີເນື້ອທີ່ກວ້າງຂວາງ ແລະ ດິນເປົ່າວ່າງຫລາຍເຮັດໃຫ້ເກີດໄຟໄໝ້ປ່າໄດ້ງ່າຍ.
ເພື່ອປ້ອງກັນສະພາບອັກຄີໄພທີ່ອາດຈະເກີດຂຶ້ນ ໂດຍສະເພາະໃນໄລຍະອາກາດຮ້ອນອົບເອົ້າທີ່ຈະມາເຖີງນີ້ ໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເຄື່ອນໄຫວລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນອັກຄີໄພຢູ່ບັນດາສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ເຂດຊຸມຊົນຕ່າງໆ ທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ. ນອກຈາກນີ້ ໄດ້ກະກຽມຄວາມພ້ອມດ້ານພາຫະນະ, ອຸປະກອນ ແລະ ກໍາລັງຄົນເພື່ອປະຈໍາການຕະ ຫລອດ 24 ຊົ່ວໂມງ, ລວມເຖີງປະສານງານກັບຈຸມອດໄຟໃນແຕ່ລະເມືອງ ແລະ ໜ່ວຍກູ້ໄພທີ່ມີລົດມອດໄຟເພື່ອພ້ອມກັນກຽມຄວາມພ້ອມຮັບມືກັບອັກຄີໄພເຊັ່ນດຽວກັນ.
ພັນໂທ ຄຳເພັດ ດາລາວົງ ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ອາໃສຢູ່ນະຄອນຫລວງວຽງຈັນ ທຸກຄົນຈົ່ງເພີ່ມສະຕິໃນການຊົມໃຊ້ໄຟ ທັງໄຟຟ້າ, ໄຟດັງ ແລະ ການໃຕ້ທູບຈູດທຽນຕ່າງໆ ໃຫ້ສູງຂຶ້ນກວ່າເກົ່າ. ສໍາລັບໄຟຟ້າເມື່ອຢຸດໃຊ້ງານແລ້ວຕ້ອງຖອດປັກສຽບທຸກຄັ້ງ ຫລື ມີການກວດກາອຸປະກອນໄຟຟ້າເປັນປະຈໍາ, ເຊັ່ນດຽວກັບໄຟດັງ ແລະ ການໃຕ້ທູບທຽນຕ່າງໆ ຕ້ອງດັບມອດກ່ອນອອກເຮືອນທຸກຄັ້ງ ເພື່ອຄວາມປອດໄພ.
Cr: ທີມຂ່າວອອນລາຍ, ວສລ




