ອີງຕາມການລາຍງານຜົນຂອງການຖະແຫຼງການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ ຂອງ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ຕ່າງຄະນະສະເພາະກິດຂັ້ນແຂວງ ໃນວັນທີ 20 ມີນາ 2025 ໃຫ້ຮູ້ກ່ຽວກັບການດໍາເນີນຄະດີ ການສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ດັ່ງນີ້:
ໃນໄລຍະເດືອນ ເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງີນຈຳນວນ 2,000,000 ໂດລາສະຫະລັດ ໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາ ເຂດ ແດນ ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເຂດດັ່ງກ່າວ ທັງເປັນການສົ່ງເສີມການຜະລິດ, ຂົນສົ່ງສີນຄ້າ ແລະ ທ່ອງທ່ຽວໂດຍໄດ້ໂອນເງິນເຂົ້າບັນຊີເງິນຝາກ ຄັງເງິນປະຈໍາແຂວງ ອັດຕະປື, ມາ ຮອດວັນທີ 30 ສິງຫາ 2024 ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາ ການ ປກສ ແຂວງ ອັດຕະປື ໄດ້ຮັບຄໍາຮ້ອງຟ້ອງຂອງ ຫ້ອງວ່າການແຂວງ ອັດຕະປື ກ່ຽວກັບ: ທ້າວ ສຸລິໄຊ ສຸລິຍາໄລ (ທ້າວ ໝູ) ເຊິ່ງເປັນພະນັກງານຂອງຫ້ອງວ່າການແຂວງ, ໄລຍະນັ້ນ ໄດ້ສ້າງເອກະສານປອມ ເພື່ອຖອນເງິນບ້ວງດັ່ງກ່າວອອກໄປນໍາໃຊ້ໂດຍບໍ່ຖືກຕ້ອງ ແລ້ວກໍ່ໄດ້ເອົາຕົວຫຼົບໜີ.
ຕໍ່ສະພາບການດັ່ງກ່າວ ການນຳຂອງແຂວງໄດ້ມີຄວາມເປັນເອກະພາບ ມອບໃຫ້ກອງບັນຊາການ ປກສ ແຂວງ ດຳເນີນການສືບສວນ-ສອບສວນ ແລະ ຕໍ່ມາເຫັນວ່າມີການພົວພັນກັບພະ ນັກງານພາຍໃນແຂວງ ຫຼາຍພາກສ່ວນຈິ່ງໄດ້ ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ຕາມຂໍ້ຕົກລົງ ສະບັບເລກທີ 1213/ຈຂ.ອປ ລົງວັນທີ 02 ກັນຍາ 2024 ແລະ ຂໍ້ຕົກລົງ ສະບັບເລກທີ 1334/ຈຂ.ອປ ລົງວັນທີ 11/10/2024, ສົມທົບກັບຄະນະສະເພາະກິດຂັ້ນສູນກາງ ພ້ອມກັນດຳເນີນການກວດກາ ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນ ພະນັກງານຂອງລັດໄດ້ມີການຍັກຍອກເງິນອອກຈາກຄັງເງິນແຫ່ງຊາດປະຈຳແຂວງ.
ຜ່ານການດຳເນິນການກວດກາ, ເຫັນວ່າເງີນໃນຄັງເງິນທີ່ເປິດບັນຊີຝາກໄວ້ຢູ່ທະນາຄານ ທູລະກິດນັ້ນ ຖຶກຖອນອອກໄປໂດຍບໍ່ຖຶກຕ້ອງຕາມລະບຽບກົດໝາຍ ຫຼື ເສຍຫາຍ ເປັນເງິນຈໍານວນ 2,523,800 ໂດລາສະ ຫະລັດ, ເງິນກີບຈຳນວນ 17,373,754,429 ກີບ ແລະ ເງິນດົ່ງ ຫວຽດນາມຈຳນວນ 1,500,000,000 ດົງ ເຊິ່ງເປັນການລະເມີດ ລະບຽບວິໄນການເງິນ ການຄຸ້ມຄອງ ການແລກປ່ຽນເງິນຕາ ແລະ ຜິດຕໍ່ລະບຽບ ກົດໝາຍ, ສ້າງຄວາມເສຍຫາຍໃຫ້ລາຍຮັບຂອງແຂວງຮົ່ວໄຫຼ, ເງິນຕາຕ່າງປະເທດບໍ່ເຂົ້າສູ່ລະບົບ, ມີການແລກປ່ຽນຊະຊາຍ ເຊິ່ງເປັນການສ້າງຄວາມບໍ່ສະຫງົບພາຍໃນສັງຄົມ ໂດຍມີພະນັກ ງານລັດ, ປະຊາຊົນ, ຜູ້ປະກອບການ ສົມຮູ້ຮ່ວມຄິດ ໃນການເຄື່ອນໄຫວໝູນໃຊ້ເງິນຈຳນວນດັ່ງກ່າວຫຼາຍຄົນທີ່ຄະນະສະເພາະກິດໄດ້ດຳເນິນການແກ້ໄຂລາຍລະອຽດດັ່ງນີ້:
ຂະບວນການ ແລະ ຂັ້ນຕອນໃນການແກ້ໄຂໂດຍກໍ່ນຳໃຊ້ຕາມຫຼັກວິຊາສະເພາະຂອງວຽກງານ ສຶບສວນ- ສອບສວນ ປະສານສົມທົບການສະໜອງ-ວິໃຈຂໍ້ມູນທີ່ເປັນວິທະຍາສາດ, ທັງປຸກລະ ດົມຊຸກຍູ້ທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ໃນການສະໜອງຂໍ້ມູນທີ່ເປັນປະໂຫຍດເພື່ອສົມທຽບໃສ່ເອກະສານອະນຸມັດການຖອນເງິນຈາກຄັງເງິນປະຈຳແຂວງ, ບັນດາພະແນກການທີ່ກ່ຽວ ຂ້ອງ, ບັນດາພະແນກການ ກົມກອງທີ່ມີບັນຊີເງິນຝາກຢູ່ຄັງເງິນ ໃນແຕ່ລະໄລຍະ, ດຳເນິນທຸກວິທີການ, ມາດຕະການທີ່ຈຳເປັນເພື່ຶອໃຫ້ຜູ້ຕ້ອງຫາທີ່ເອົາຕົວຫຼົບໜີ ຄື ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ທີ່ເອົາຕົວຫຼົບໜີໄປລີ້ຢູ່ປະເທດໄທ ໃຫ້ເຂົ້າມາມອບໂຕຈົນ ສຸດທ້າຍໃນວັນທີ 04/ 12 / 2024 ຜູ້ກ່ຽວໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່.
ຜ່ານການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຈາກຜູ້ກ່ຽວ ຈິ່ງສາມາດກຳນົດເປົ້າ ໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂື້ນຕື່ມ ເມື່ຶອທຽບໃສ່ກັບການດຳເນິນຄະ ດີໃນເບື້ອງຕົ້ນ ໂດຍສະ ເພາະ ບັນດາແຫຼ່ງງົບປະມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປໂດຍບໍ່ຖຶກຕ້ອງນັ້ນມີທັງໝົດ: 6 ບ້ວງຄື: ບ້ວງເງິນຂອງບໍລິສັດ ຮົງກົງທຽນຊື ຈຳກັດ, ບ້ວງເງິນຄໍ້າປະກັນຂອງພະແນກແຜນການ ແລະ ການລົງທຶນ, ບ້ວງເງິນຊ່ວຍເຫຼືອຈາກ ສສ ຫວຽດນາມ, ບ້ວງເງິນກອງທຶນພັດທະນາຊຸມຊົນ ຂອງພະແນກພະລັງງານ ແລະ ບໍ່ແຮ່, ບ້ວງເງິນໄມ້ຢືນຕາຍ, ໄມ້ບິກ-ໄມ້ກະຖີນນາລົງ ແລະ ໄມ້ອື່ນໆ, ບ້ວງເງິນໄພພິບັດ ເມືອງສະໜາມໄຊ, ບ້ວງເງິນຄໍ້າປະກັນທຸລະກິດ, ບ້ວງເງິນກອງທຶນລັດ, ພົບເຫັນຜົນເສຍຫາຍເງິນໂດລາສະຫະລັດ ຈໍານວນ 2,523,800 ໂດລາສະຫະ ລັດ, ເງິນກີບ ຈຳນວນ 17,373,754,429 ກີບ ແລະ ເງິນດົງ ຈຳນວນ 1,500,000,000 ດົງ.
ຜົນຂອງການແກ້ໄຂມາຮອດປັດຈຸບັນ ຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງໄດ້ຮ່ວມກັນໃນການດຳເນີນ ສືບ ສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໝຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະຽດຄື:
1). ໄດ້ອອກຄຳສັ່ງເປິດການສືບສວນ-ສອບສວນ ຜູ້ຖືກຫາທັງໝົດ 37 ຄົນ, ຍິງ 17 ຄົນ; ອອກຄຳສັ່ງກັກຕົວ 21 ຄົນ, ຍິງ 08 ຄົນ (ເປັນພະນັກງານລັດ 14 ຄົນ, ຍິງ 04 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 01 ຄົນ), ເສຍຊີວິດ 01 ຄົນ, ຜູ້ປະກອບການ 07 ຄົນ, ຍິງ 04 ຄົນ ໃນນີ້: ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ ຈໍານວນ 15 ຄົນ ຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ໝວດທີ 10 ການສໍ້ລາດບັງຫຼວງ, ລາຍລະອຽດຄືຶ: ທ້າວ ສຸລິຈັນ ພອນແກ້ວ ອະດີດຫົວໜ້າຫ້ອງວ່າການແຂວງ ໃນນັ້ນມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 05 ຄົນ; ທ້າວ ຄຳເຜີຍ ໂສມຖາວອນ ອະດີດຫົວໜ້າພະແນກການເງິນແຂວງ, ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນຊ້ວງດຳເນິນຄະດີ) ໃນນັ້ນມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ ຈຳນວນ 09 ຄົນ ແລະ ອີກ 1 ຄົນຄື: ທ້າວ ສູນນະຄອນ ແກ້ວ ວຽງຄຳ ອາດິດຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງ, ໄດ້ດຳເນີນການສືບສວນ-ສອບ ສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນິນທຸລະກິດບໍ່ຖຶກຕ້ອງ ແລະ ແລກ ປ່ຽນເງິນຕາຕ່າງປະເທດຊະຊາຍ ມີຈຳນວນ 22 ຄົນ, ໃນນີ້ມີຄົນຕ່າງປະເທດ 1 ຄົນ(ເປັນຄົນໄທ).
2). ໄດ້ເກັບກູ້ເຄື່ອງຂອງກາງຄະດີ ຈາກຜູ້ຖືກຫາ ປະເພດຕ່າງໆ ເຊັ່ນ ເງິນກີບຈຳນວນ 18,475,762,500 ກີບ (ສິບແປດຕື້ ສີ່ຮ້ອຍເຈັດສິບຫ້າລ້ານ ເຈັດແສນຫົກສິບສອງພັນ ຫ້າຮ້ອຍກີບ), ເງິນບາດ ຈໍານວນ 59,400 ບາດ (ຫ້າສິບເກົ້າພັນສີ່ຮ້ອຍບາດ), ເງິນໂດລາສະຫະລັດ 57,000 ໂດລາສະຫະລັດ (ຫ້າສິບເຈັດພັນໂດລາສະຫະລັດ), ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2,793.4 ກຣາມ, ປະເພດທີ່ດິນ ທັງໝົດ ຈຳນວນ 77 ຕອນດິນ, ລົດຈິບ ຈຳນວນ 05 ຄັນ, ລົດກະບະ ຈຳນວນ 03 ຄັນ, ລົດຈັກ ຈຳນວນ 03 ຄັນ ແລະ ອາຍັດລົດຈິບ 02 ຄັນ, ໂທລະສັບມືຖື ຈໍານວນ 18 ເຄື່ອງ, ປະເພດໄມ້ດູ່ 62 ຕັບ 5.067 ແມັດກ້ອນ, ປະເພດໄມ້ຈິກ 344 ແຜ່ນ 7.736 ແມັດກ້ອນ, ປະເພດໄມ້ເຊືອກ 132 ຕັບ 24.447 ແມັດກ້ອນ.
3). ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫຼຸບຜົນການສືບວສນ-ສອບສວນ ຄະດີສໍ້ລາດບັງຫຼວງບ້ວງເງິນ 2,000,000 (ສອງລ້ານໂດລາສະຫະລັດ) ແລະ ບ້ວງເງິນອື່ນໆຢູ່ແຂວງອັດຕະປື ສຳເລັດໂດຍພື້ນຖານ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງ ສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.
ໂດຍ: ໄພບູນ



