ວັນທີ 16 ທັນວາ 2024 ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງອັດຕະປື ໄດ້ຈັດກອງປະຊຸມພົບປະ ແລກປ່ຽນບົດຮຽນດ້ານການເຊື່ອມໂຍງ ແລະ ສົ່ງເສີມການໂຄສະນາການທ່ອງທ່ຽວ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອັດຕະປື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສະມາຄົມທ່ອງທ່ຽວ ແຂວງກວາງຫງາຍ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຝ່າຍແຂວງອັດຕະປື ນຳໂດຍ ທ່ານ ນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຝ່າຍແຂວງກວາງຫງາຍ ນຳໂດຍທ່ານ ຟານ ລັອງ ປະທານສະມາຄົມການທ່ອງທ່ຽວ ແຂວງກວາງຫງາຍ ພ້ອມຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອັດຕະປື ໄດ້ກ່າວຕ້ອນຮັບການມາຢ້ຽມຢາມ ແຂວງອັດຕະປື ຂອງຄະນະຜູ້ແທນສະມາຄົມທ່ອງທ່ຽວ ແຂວງກວາງຫງາຍ, ໃນການມາຄັ້ງນີ້ແມ່ນຖືວ່າເປັນເຫດການທີ່ສຳຄັນຢ່າງຍິ່ງ ສຳລັບ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອັດຕະປື ແລະ ສະມາຄົມທ່ອງທ່ຽວ ແຂວງກວາງຫງາຍ ເຊິ່ງເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການພົວພັນ ຮ່ວມມືຮອບດ້ານອັນດີງາມລະຫວ່າງສອງພັກ ສອງລັດ ເວົ້າລວມ ເວົ້າສະເພາະ ກໍ່ຄືພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອັດຕະປື ກັບ ສະມາຄົມທ່ອງທ່ຽວ ແຂວງກວາງຫງາຍ ໃຫ້ໄດ້ຮັບໝາກຜົນສໍາເລັດ.
ໂອກາດດັ່ງກ່າວທັງສອງຝ່າຍກໍ່ໄດ້ລາຍງານ ສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຮັບຊາບ ແລະ ໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນນຳກັນ ໂດຍເນັ້ນໃສ່ເພື່ອສຳຫຼວດ ເຊື່ອມໂຍງ ແລະ ສົ່ງເສີມການໂຄສະນາທ່ອງທ່ຽວ ຂອງ 2 ແຂວງ ອັດຕະປື ແລະ ແຂວງ ກວາງຫງາຍ, ແລກປ່ຽນບົດຮຽນ ກ່ຽວກັບການສ້າງຜະລິດຕະພັນການທ່ອງທ່ຽວ, ການເຂົ້າ-ອອກ ຢູ່ດ່ານສາກົນພູເກືອ ວ່າແຂກທີ່ເຂົ້າມາມີຈຸດປະສົງເພື່ອຫຍັງ, ແລກປ່ຽນບົດຮຽນກ່ຽວກັບການເປີດຫ້ອງການນຳທ່ຽວພາຍໃນແຂວງ, ສຳຫຼວດສະຖານທີ່ ບັນດາແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງ, ລວມທັງຫາລື ກ່ຽວກັບຄວາມເປັນໄປໄດ້ໃນດ້ານການເປີດສາຍການທ່ອງທ່ຽວ ແຕ່ແຂວງກວາງຫງາຍ ຈົນມາຮອດ 4 ແຂວງພາກໃຕ້ຂອງລາວ.
ທີ່ມາ: ຂ່າວອອນລາຍອັດຕະປື




