ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື-ກວາງຫງາຍ ຮ່ວມມືດ້ານການທ່ອງທ່ຽວ

Mar 30, 2025

ອັດຕະປື-ກວາງຫງາຍ ຮ່ວມມືດ້ານການທ່ອງທ່ຽວ
ພິທີເຊັນບົດບັນທຶກການຮ່ວມມືການທ່ອງ​ທ່ຽວ ລະຫວ່າງ ສະມາຄົມການທ່ອງທ່ຽວແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ແລະ ສະມາຄົມການທ່ອງທ່ຽວ ແຂວງອັດຕະປື ແຫ່ງ ສປປ ລາວ​ ໄດ້ຈັດຂື້ນໃນວັນທີ 28​ ມີນາ​ຜ່ານມາ ທີ່​ເມືອງ​ ລີເຊີນ ແຂວງກວງຫງາຍຂອງຫວຽດນາມ.
ສອງຝ່າຍໄດ້ລາຍງານສະພາບການພັດທະນາວຽກງານການທ່ອງທ່ຽວໃຫ້ກັນຮັບຊາບ ເພື່ອແນໃສ່ການຍົກລະດັບບໍລິການທ່ອງທ່ຽວຂອງສອງແຂວງອັດຕະປື ແລະ​ ແຂວງກວາງຫງາຍໃຫ້ກ້າວເຂົ້າສູ່ຍຸກໃໝ່.
ຈາກນັ້ນ, ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມື ດ້ານການທ່ອງທ່ຽວ ຊຶ່ງມີເນື້ອໃນບົດບັນທຶກໄດ້ລະບຸໄວ້ວ່າ: ສອງຝ່າຍສົມທົບປະຕິບັດບັນດາລາຍການໂຄສະນາການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວຈາກ ແຂວງກວາງຫງາຍ ໄປ ແຂວງອັດຕະປື ແລະ ແຂວງອັດຕະປື ໄປ ແຂວງ ກວາງຫງາຍ. ສອງສະມາຄົມຈະສົມທົບກັນສ້າງນະໂຍບາຍລາຄາພິເສດ ສະ ເພາະບັນດາວິສາຫະກິດທີ່ເປັນສະມາຊິກ ຂອງສອງສະມາຄົມ ບັນດານະໂຍບາຍລາຄາພິເສດ ຈະນໍາໃຊ້ສໍາລັບບັນດາການບໍລິການພັກແຮມ, ອາຫານ, ການຂົນສົ່ງ, ພະນັກງານນໍາທ່ຽວ ແລະ ບັນດາການບໍລິການທ່ອງທ່ຽວອື່ນໆ,​ ລວມທັງສະໜັບສະໜູນການຝຶກອົບຮົມ, ຍົກລະດັບທັກຊະໃຫ້ແກ່ ພະນັກງານນໍາທ່ຽວ, ພະນັກ ງານບໍລິການທ່ອງທ່ຽວ ເພື່ອຕອບສະໜອງໄດ້ມາດຕະຖານສາ ກົນ,​ ທັງສອງສະມາຄົມຈະຮ່ວມມືກັນສ້າງບັນດາລາຍການທ່ອງ ທ່ຽວເຊື່ອມຕໍ່ ລະຫວ່າງ ຫວຽດນາມ ແລະ ລາວ ຕາມທິດທາງຮອບດ້ານ,​ ພັດທະນາບັນດາລາຍການທ່ອງທ່ຽວທີ່ເປັນເອກະ ລັກ, ສົມທົບລະຫວ່າງ ການຄົ້ນຄວ້າທໍາມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ອາຫານພື້ນເມືອງຂອງສອງປະເທດ.
ສອງແຂວງສືບຕໍ່ຮ່ວມມືຈັດຕັ້ງບັນດາງານຕະຫຼາດນັດ, ງານວາງສະແດງສິນຄ້າ, ເຫດການທີ່ສົ່ງເສີມການທ່ອງ​ທ່ຽວ ເພື່ອໂຄ ສະນາຮູບພາບ ແລະ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ,​ ສອງຝ່າຍຈະຈັດກອງປະຊຸມເປັນປະຈຳທຸກປີ ເພື່ອຕີລາຄາການຮ່ວມມື ສະເໜີມາດຕະການຊຸກຍູ້ການທ່ອງ​ທ່ຽວ.
ຂ່າວ: ສິດຕິພອນ